ງານວາງສະແດງປື້ມ,ຮູບຖ່າຍ, ວັດຖຸອກະສານ“ຫວຽດນາມ-ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ”

Chia sẻ
(vovworld) - ຕອນ​ເຊົ້າ​ວັນ​ທີ 16/12/2016 ຢູ່ ຮ່າ​ໂນ້ຍ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການ​ສຳນັກ​ງານ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ພິທີ​ໄຂ​ງານ​ວາງສະ​ແດງ​ປື້​ມ, ຮູບ​ຖ່າຍ,
ງານວາງສະແດງປື້ມ,ຮູບຖ່າຍ, ວັດຖຸອກະສານ“ຫວຽດນາມ-ເສັ້ນທາງເຊື່ອມໂຍງເຂົ້າກັບສາກົນ” - ảnh 1
ພິທີ​ໄຂ​ງານ​ວາງສະ​ແດງ​ປື້​ມ, ຮູບ​ຖ່າຍ, ວັດຖຸ​ເອກະສານດ້ວຍ​ຫົວ​ຂໍ້​ວ່າ
 “ຫວຽດນາມ - ​ເສັ້ນທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”

(vovworld) - ຕອນ​ເຊົ້າ​ວັນ​ທີ 16/12/2016 ຢູ່ ຮ່າ​ໂນ້ຍ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການ​ສຳນັກ​ງານ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ພິທີ​ໄຂ​ງານ​ວາງສະ​ແດງ​ປື້​ມ, ຮູບ​ຖ່າຍ, ວັດຖຸ​ເອກະສານດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ​ເສັ້ນທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” . ງານ​ວາງສະ​ແດງ​ລວມມີ​ຮູບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ ​ແລະ  ປື້​ມອ່ານ ຊຶ່ງ​ແນະນຳ ສັງ​ເຂ​ບກ່ຽວ​ກັບ​ເສັ້ນທາງ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ຕາມ​ບັນດາ​ຫົວ​ຂໍ້​ແຕກ​ຕາງ​ກັນ, ສະ​ແດງ​ໃຫ້​ເຫັນ​ວິວັດ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ວາງສະ​ແດງ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຮ່ວາງ​ຫວີງ​ບາ​ວ ​ເນັ້ນ​ໜັກ​ວ່າ:

        “ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ຮອບດ້ານ. ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ເກືອບ 200 ປະ​ເທດ; ການ​ພົວພັນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກັບ​ກ່ວາ 220 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ໂລກ. ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (WTO) ປີ 2007 ​ໄດ້​ນຳ​ວິວັດ​ການ​ເຊື່ອ​ມ​ໂຍງ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ຮອບດ້ານ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ທົ່ວ​ໂລກ. ງານ​ວາງສະ​ແດງ​ປື້​ມ, ຮູບ​ຖ່າຍ, ວັດຖຸ​ເອກະສານ​ດ້ວຍ​ຫົວ​ຂໍ້ “ຫວຽດນາມ - ​ເສັ້ນທາງ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ” ​ໂຄສະນາ​ຮູບ​ພາບ​ປະ​ເທດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ, ບັນດາ​ຜົນງານ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ”.