ຄະນະສື່ມວນຊົນລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ຕຸລາ, ຄະນະສື່ມວນຊົນ ລາວ ໂດຍທ່ານ ທອງວັນ ບຸນບົວທອງ, ຮອງຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດ ລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບວິທະຍຸກະຈາຍສຽງ ຫວຽດນາມ.
ຄະນະສື່ມວນຊົນລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ - ảnh 1 ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ໄດ້ແນະນຳວິວັດການສ້າງຕັ້ງ ແລະ ພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເນັ້ນໜັກວ່າ ໃນໄລຍະຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ມີການພົວພັນແບບພິເສດກັບວິທະຍຸກະຈາຍສຽງແຫ່ງຊາດ ລາວ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໜູນຊ່ວຍໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ລາວ ກ່ຽວກັບພື້ນຖານວັດຖຸເຕັກນິກ, ບຳລຸງສ້າງນັກເຕັກນິກ, ນັກຂ່າວ, ບັນນາທິການ.

        2 ຝ່າຍກໍ່ຢືນຢັນວ່າ ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ມມາີແຕ່ດົນນານແລ້ວ ແລະ ສື່ມວນຊົນໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບນັ້ນ ນັບມື້ນັບເກີດດອກອອກຜົນ. ສ່ວນທ່ານ ທອງວັນ ບຸນບົວທອງ, ຮອງຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດ ລາວ ກໍ່ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກວິທະຍຸກະຈາຍສຽງ ຫວຽດນາມ ທັງດ້ານເນື້ອໃນ ແລະ ເຕັກນິກ ເພື່ອໝູນໃຊ້ເຂົ້າໃນວຽກງານປ່ຽນແປງໃໝ່ການສື່ສານຂອງ ລາວ.

        ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນເນື້ອໃນຫລາຍຢ່າງທີ່ກ່ຽວຂ້ອງເຖິງການປ່ຽນແປງໃໝ່ສື່ມວນຊົນໃນຍຸກສະໄໝໃໝ່ກໍ່ຄືບັນດາບັນຫາດ້ານເຕັກນິກ.

ຕອບກັບ