ຄະນະຜູ້ແທນຂັ້ນສູງກອງທັບລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

Chia sẻ
(VOVWORLD) -ຢູ່ທີ່ນີ້, 2 ຝ່າຍໄດ້ເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງ, ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.
ຄະນະຜູ້ແທນຂັ້ນສູງກອງທັບລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 1(ທີ່ການເຈລະຈາ)

ຕອນເຊົ້າວັນທີ 08 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຕີ ຫງວຽນວັນເງັ້ຍ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ໄດ້ຕ້ອນຮັບ ແລະ ດຳເນີນການເຈລະຈາກັບຄະນະຜູ້ແທນຂັ້ນສູງກອງທັບລາຊະອານາຈັກ ກຳປູເຈຍ ໂດຍທ່ານພົນເອກ Hun Manet, ຮອງຫົວໜ້າຜູ້ບັນຊາການສູງສຸດ ທັງເປັນຜູ້ບັນຊາການກຳລັງທະຫານບົກກອງທັບລາຊະອານາຈັກ ກຳປູເຈຍ, ເປັນຫົວໜ້າຄະນະ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຢູ່ທີ່ນີ້, 2 ຝ່າຍໄດ້ເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງ, ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ຖືເປັນສຳຄັນການຮ່ວມມືບຳລຸງສ້າງ, ອົບຮົບຫຼາຍກວ່າອີກ; ເພີ່ມທະວີການຮ່ວມມືໂຄສະນາ, ສຶກສາກ່ຽວກັບການພົວພັນມິດຕະພາບລະຫວ່າງ 2 ປະເທດ, ກອງທັບ 2 ປະເທດ; ຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງກອງທັບ 2 ປະເທດ. ທ່ານພົນຕີ ຫງວຽນວັນເງັ້ຍ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນ ແລະ ຈະສົມທົບກັບ ກຳປູເຈຍ ຢ່າງແໜ້ນແຟ້ນ ເພື່ອຈັດບັນດາກອງປະຊຸມການທະຫານ, ປ້ອງກັນຊາດໃນປີເປັນປະທານ ອາຊຽນ 2022 ໃຫ້ບັນລຸຜົນສຳເລັດ.

ຕອບກັບ