ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບປະຕິບັດການປະຢັດ,ຕ້ານການຟຸມເຟຶອຍ

Chia sẻ
(VOVWORLD) - ບົດລາຍງານກວດກາຄືນໄດ້ສະແດງໃຫ້ເຫັນວ່າ ທຸກຂັ້ນ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍ...
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບປະຕິບັດການປະຢັດ,ຕ້ານການຟຸມເຟຶອຍ - ảnh 1 ກອງຂອງຄະນະປະຈຳສະພາແຫ່ງຊາດ

ທີ່ວາລະປະຊຸມໃນຕອນເຊົ້າວັນທີ 12 ເມສາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍປີ 2017.

        ບົດລາຍງານກວດກາຄືນໄດ້ສະແດງໃຫ້ເຫັນວ່າ ທຸກຂັ້ນ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍ, ປະຕິບັດຫຼາຍມາດຕະການເພີ່ມທະວີການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ປະກອບສ່ວນປະຕິບັດຄາດໝາຍພັດທະນາເສດຖະກິດ - ສັງຄົມປີ 2017 ໂດຍສະພາແຫ່ງຊາດວາງອອກຢ່າງມີໄຊ.

        ຜ່ານການປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບກັບຫຼາຍເນື້ອໃນໃນບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດການປະຢັດ, ຕ້ານການຟຸມເຟືອຍປີ 2017. ສະມາຊິກບາງທ່ານຂອງຄະນະປະຈຳສະພາແຫ່ງຊາດຖືວ່າ ຕ້ອງອັບເດັດບາງຕົວເລກ ແລະ ມີຕົວເລກປຽບທຽບລະຫວ່າງທຸກປີ ເພື່ອປຽບທຽບວຽກງານການປະຢັດ, ຕ້ານການຟຸມເຟືອຍໃຫ້ມີປະສິດທິຜົນ.

        ທີ່ວາລະປະຊຸມໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງການພັດທະນາຕົວເມືອງ.

ຕອບກັບ