ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)

Chia sẻ
(VOVWORLD) -ຕອນເຊົ້າວັນທີ 20 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບເລື່ອງອະພິປາຍ, ຮັບເອົາຄຳເຫັນ, ດັດແກ້ຮ່າງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ).

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) - ảnh 1 ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)

(ພາບ: quochoi.vn)

ຄຳເຫັນຂອງສະມາຊິກຄະນະປະຈຳສະພາແຫ່ງຊາດສ່ວນຫຼານແມ່ນບໍ່ເຫັນດີກັບເລື່ອງເພີ່ມຊົ່ວໂມງເຮັດວຽກນອກໂມງລັດຖະບານຂຶ້ນ 400 ຊົ່ວໂມງ/ປີ, ເພີ່ມຂຶ້ນ 100 ຊົ່ວໂມງເມື່ອທຽບໃສ່ກົດໝາຍທີ່ພວມປະກາດໃຊ້.

        ຕາມບັນດາຄຳເຫັນດັ່ງກ່າວ, ການອອກແຮງງານ, ຜະລິດ ຕ້ອງມຸ່ງໄປເຖິງທ່າອ່ຽງຄວາມກ້າວໜ້າຂອງໂລກ, ຂອງສະໄໝອຸດສາຫະກຳ 4.0, ນັ້ນແມ່ນເພີ່ມສະມັດຕະພາບການອອກແຮງງານ ໂດຍອີງໃສ່ການດັດແປງເຕັກໂນໂລຊີ ຫາກບໍ່ອີງໃສ່ເລື່ອງເພີ່ມຊົ່ວໂມງເຮັດວຽກຂອງຜູ້ອອກແຮງງານ.

        ບາງຄຳເຫັນກໍ່ຖືວ່າ, ໃນສະພາບຕົວຈິງເລື່ອງເພີ່ມຊົ່ວໂມງເຮັດວຽກນອກໂມງລັດຖະບານແມ່ນມີຄວາມຈຳເປັນຢູ່ບາງຂະແໜງອາຊີບ ແລະ ກຸ່ມຜູ້ອອກແຮງງານທົ່ວໄປ ໃນບາງຂົງເຂດຄື: ເກີບໜັງ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ… ເພື່ອເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ.

        ກ່ຽວກັບອາຍຸການພັກກິນເບ້ຍບຳນານ, ຄຳເຫັນສ່ວນຫຼາຍໄດ້ເຫັນດີຕໍ່ເລື່ອງ ຄວນກຳນົດເພີ່ມອາຍຸການພັກກິນເບ້ຍບຳນານ, ເຖິງຢ່າງໃດກໍ່ຕາມ, ກໍ່ຕ້ອງຮັບປະກັນຄວາມເໝາະສົມ. ຕາມນັ້ນແລ້ວ, ຮອດປີ 2028 ຈະມີຜູ້ອອກແຮງງານເພດຊາຍຄົນທຳອິດ ພັກກິນເບ້ຍບຳນານໃນອາຍຸ 62 ປີ ແລະ ຮອດປີ 2035 ຈະມີຜູ້ອອກແຮງງານຍິງຄົນທຳອິດພັກກິນເບ້ຍບຳນານໃນອາຍຸ 60 ປີ.

ຕອບກັບ