ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ຮ່າງມະຕິແຜນຮ່າງສັງລວມການລົງທຶນຢູ່ເຂດຊົນຜົ່່າສ່ວນໜ້ອຍ, ເຂດພູດອຍ

Chia sẻ
(VOVWORLD) -  ໃນວາລະປະຊຸມຂອງວັນທີ 18 ກັນຍາ, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄໍາເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການອະນຸມັດຜ່ານແຜນຮ່າງສັງລວມການລົງທຶນພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ແລະ ເຂດມີເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄລຍະ 2021 – 2025.
ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ຮ່າງມະຕິແຜນຮ່າງສັງລວມການລົງທຶນຢູ່ເຂດຊົນຜົ່່າສ່ວນໜ້ອຍ, ເຂດພູດອຍ - ảnh 1ຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນໃສ່ຮ່າງມະຕິແຜນຮ່າງສັງລວມການລົງທຶນຢູ່ເຂດຊົນຜົ່່າສ່ວນໜ້ອຍ, ເຂດພູດອຍ (ພາບ: VGP)

        ຕາມບັນດາສະມາຊິກຂອງຄະນະປະຈໍາສະພາແຫ່ງຊາດແລ້ວ, ປັດຈຸບັນ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ, ທະເລໝູ່ເກາະ ແມ່ນເຂດທີ່ມີເງື່ອນໄຂປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດຍັງຕໍ່າ, ເສດຖະກິດ-ສັງຄົມພັດທະນາຢ່າງຊັກຊ້າ... ດັ່ງນັ້ນ, ຄວນມີນະໂຍບາຍທີ່ມີກໍາລັງແຮງຢ່າງພຽງພໍເພື່ອລົງທຶນເຂົ້າບັນດາເຂດດັ່ງກ່າວ ເພື່ອແນໃສ່ປະຕິບັດເປົ້າໝາຍ ຮັດແຄບຊ່ອງຫວ່າງກ່ຽວກັບລະດັບການພັດທະນາ ແລະ ລະດັບລາຍຮັບ ກໍແມ່ນການຮັບປະກັນຄວາມສະຫງົບປອດໄພຂອງປະເທດຊາດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ ຖືວ່າ:

        “ຕາມຂ້າພະເຈົ້າແລ້ວ ຕ້ອງມີ 2 ກຸ່ມນະໂຍບາຍ. ກຸ່ມນະໂຍບາຍທໍາອິດ ແມ່ນມີລັກສະນະໜູນຊ່ວຍ, ລວມມີີການໜູນຊ່ວຍຈາກລັດ, ຈາກປະຊາຄົມ ແລະ ການໜູນຊ່ວຍຈາກວິສາຫະກິດ. ກຸ່ມນະໂຍບາຍທີ 2 ແມ່ນ ກຸ່ມຈັດຕັ້ງ, ລວມມີການຈັດຕັ້ງປະຕິບັດການຜະລິດ, ຈັດຕັ້ງການບໍລິໂພກ”.

        ກ່ອນໜ້ານັ້ນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການກໍ່ສ້າງ. 

ຕອບກັບ