ຄະນະນາຍທະຫານກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢ້ຽມຢາມ ຫວຽດນາມ

Chia sẻ
(VOVWORLD) -ທ່ານພົນຈັດຕະວາ Endo Makoto ປາດຖະໜາວ່າ ໃນໄລຍະຈະມາເຖິງ ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ, ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ.
ຄະນະນາຍທະຫານກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢ້ຽມຢາມ ຫວຽດນາມ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນຈັດຕະວາ Endo Makoto, ຫົວໜ້າພະແນກວິຊາທະຫານບົກ, ວິທະຍາຄານບໍາລຸງສ້າງນາຍທະຫານເສນາທິການ Fuji (ພາບ: TTXVN)

  ຕອນບ່າຍວັນທີ 11 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະນາຍທະຫານກະຊວງປ້ອງກັນປະເທດ ຍີ່ປຸ່ນ ໂດຍທ່ານພົນຈັດຕະວາ Endo Makoto, ຫົວໜ້າພະແນກວິຊາທະຫານບົກ, ວິທະຍາຄານບໍາລຸງສ້າງນາຍທະຫານເສນາທິການ Fuji, ກອງກໍາລັງປ້ອງກັນໜ້າດິນ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາເຂົ້າຮ່ວມງານພົບປະແລກປ່ຽນການປ້ອງກັນຊາດລະຫວ່າງຫວຽດນາມ - ຍີີ່ປຸ່ນ ຄັ້ງທີ 11. ງານພົບປະແລກປ່ຽນດັ່ງກ່າວ ໄດ້ຮັບການອຸປະຖໍາຈາກກອງທຶນສັນຕິພາບ Sasakawa (ຍີ່ປຸ່ນ). ນະທີ່ນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກອງທຶນສັນຕິພາບ Sasakawa ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະ ຮ່ວມມືໃຫ້ມີປະສິດທິຜົນກວ່າອີກ ໃນຂົງເຂດປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າອີກ. ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພົນຈັດຕະວາ Endo Makoto ປາດຖະໜາວ່າ ໃນໄລຍະຈະມາເຖິງ ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ, ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ.


ຕອບກັບ