ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

Chia sẻ
(VOVWORLD) - ຕອນບ່າຍວັນທີ 07 ຕຸລາ, ທ່ານ ເລກວັກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນ, ຕີລາຄາບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມ 2 ປະເທດ.
ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື - ảnh 1 ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

        ການນຳສູນກາງຄະນະຊາວໜຸ່ມ 2 ປະເທດໄດ້ຮັບຮູ້ເລື່ອງ 2 ຝ່າຍຍາມໃດກໍ່ຮັກສາການຕິດຕໍ່ພົວພັນ ແລະ ແບ່ງປັນຂໍ້ມູນກ່ຽວກັບວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ມ; ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ. ພ້ອມທັງຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ; ນຳການເຄື່ອນໄຫວພົບປະແລກປ່ຽນຮ່ວມມືລະຫວ່າງຊາວໜຸ່ມ 2 ປະເທດເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ.

ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື - ảnh 2 ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

        2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການເຄື່ອນໄຫວພົບປະແລກປ່ຽນເຍົາວະຊົນ - ອະນຸຊົນ ຫວຽດນາມ - ລາວຢູ່ ຫວຽດນາມ, ການພົບປະມິດຕະພາບຊາວໜຸ່ມລາວ - ຫວຽດນາມ ຢູ່ລາວ ຈະຍ້າຍໄປຈັດຕັ້ງປະຕິບັດໃນ ປີ 2021; ເພີ່ມຈຳນວນຊຸດຝຶກອົບຮົບກ່ຽວກັບວຽກງານຊາວໜຸ່ມໃຫ້ພະນັກງງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢູ່ ຫວຽດນາມ ໃນປີ 2021. ພ້ອມທັງ ເຫັນດີເປັນເອກະສັນ ເພີ່ມທະວີວຽກງານສຶກສາມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ ໂດຍຜ່ານສື່ສັງຄົມອອນລາຍ ແລະ ພື້ນຖານເຕັກໂນໂລຊີດີຈີຕອນ. ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລະບຸໃນແຜນຮ່າງໜູນຊ່ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄລຍະ 2020 – 2025 ໂດຍໄວຄື: ສ້າງສູນຝຶກອົບຮົບ, ບຳລຸງສ້າງພະນັກງານເຍົາວະຊົນ, ອະນຸຊົນ ລາວ - ຫວຽດນາມ ຢູ່ວຽງຈັນ; ຜັນຂະຫຍາຍບ້ານມິດຕະພາບຊາວໜຸ່ມເຂດຊາຍແດນ ລາວ - ຫວຽດນາມ ຢູ່ແຂວງ ບໍລິຄຳໄຊ; ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມ ຫວຽດນາມ ຢູ່ ລາວ…

ຕອບກັບ