ຄູ່ຮ່ວມມືພັດທະນາກະສິກຳແບບຍືນຍົງຢູ່ຫວຽດນາມແລະການເຈລະຈາພາກລັດ-ເອກະຊົນ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດກອງປະຊຸມ “ຄູ່ຮ່ວມມືພັດທະນາກະສິກຳແບບຍືນຍົງຫວຽດນາມ ແລະ ການເຈລະຈາພາກລັດ - ເອກະຊົນ”.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເລື່ອງຄວນເອົາໃຈໃສ່ເຖິງບັນດາກົນໄກ, ນະໂຍບາຍເພີ່ມລັກສະນະເຊື່ອມຕໍ່ຂອງບັນດາວິສາຫະກິດຢູ່ພາຍໃນປະເທດ ກໍຄືການສົມທົບກັນຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໃນການໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືພາກລັດ - ເອກະຊົນ (PPP).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລກວ໊ກແຢວງ, ຊີ້ແຈ້ງວ່າ.

        “ຕ້ອງເຮັດແນວໃດເພື່ອໃຫ້ມີການເຂົ້າຮ່ວມຂອງກຸ່ມຄຸ້ມຄອງພາກລັດ ໃນການສ້າງນະໂຍບາຍຂອງລັດ ແລະ ທ້ອງຖິ່ນໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນກວ່າ. ຕ້ອງຍູ້ແຮງການຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການຜະລິດ, ເຮັດໄດ້ຄືແນວນັ້ນຈຶ່ງຍົກສູງມູນຄ່າເພີ່ມ ແລະ ຍືນຍົງກວ່າ, ພ້ອມທັງຈັດຕັ້ງການຜະລິດສ້າງບັນດາການຮ່ວມສຳພັນໃນລະບົບມູນຄ່າຄືນໃໝ່.”

ຕອບກັບ