(ພາບປະກອບ: AFP/TTXVN)
|
ກ່າວຄຳເຫັນຢູ່ມົດສະກູ, ທ່ານ Sergei Lavrov ໄດ້ຮຽກຮ້ອງປະຕິບັດບັນດາມາດຕະການເພື່ອສະກັດກັ້ນການເກີດເຫດທີ່ຄ້າຍຄືກັນໃນພາກພື້ນ, ພ້ອມທັງກ່າວເຕືອນວ່າ ບັນດາຄຳກ່າວຫາທີ່ບໍ່ມີຫຼັກຖານສຳລັບອີຣານ ວ່າມີສ່ວນກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃຫ້ຮູ້ວ່າ, ອາເມລິກາ ຢາກ “ມີວິທີການແກ້ໄຂໂດຍສັນຕິວິທີ” ໃຫ້ວິກິດການທີ່ກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີ ແນໃສ່ພື້ນຖານໂຄງລ່າງນ້ຳມັນບໍ່ຂອງອາຣັບບີຊະອຸດີ. ກໍ່ຕາມທ່ານ Mike Pompeo ແລ້ວ, ປະເທດນີ້ຍັງພວມມານະພະຍາຍາມສ້າງ ສຳພັນທະມິດໃນການເຄື່ອນໄຫວດ້ານການທູດ.