ຂະ​ແໜງທ່ອງ​ທ່ຽວ ຮ່າ​ໂນ້ຍ ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕໍ່ໜ້າສະພາບ​ການ​ຂອງ​ເຊື້ອ​ພະຍາດ Covid – 19

Chia sẻ
(VOVWORLD) -   ດ້ວຍການປະຕິບັດບັນດາມາດຕະການເພື່ອປ້ອງກັນ, ຕ້ານການຕິດພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19) ຢ່າງເດັດດ່ຽວ, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈສໍາລັບແຂກທ່ອງທ່ຽວ, ໂດຍສະເພາະແມ່ນແຂກທ່ອງທ່ຽວສາກົນ.
ຂະ​ແໜງທ່ອງ​ທ່ຽວ ຮ່າ​ໂນ້ຍ ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຕໍ່ໜ້າສະພາບ​ການ​ຂອງ​ເຊື້ອ​ພະຍາດ Covid – 19 - ảnh 1 (ພາບປະກອບ: daidoanket.vn)

        ຕາມພະແນກທ່ອງທ່ຽວຮ່າໂນ້ຍແລ້ວ, ປັດຈຸບັນ, ຈໍານວນແຂກທ່ອງທ່ຽວ ອາຊີ ມາຮ່າໂນ້ຍ ແມ່ນກວມເອົາ 65%, ແຂກທ່ອງທ່ຽວ ເອີຣົບ ແມ່ນກວມເອົາ 25%, ສ່ວນຍັງເຫຼືອແມ່ນມາຈາກບັນດາຕະຫຼາດອື່ນ. ຍ້ອນຜົນສະທ້ອນຈາກສະພາບການເຊື້ອພະຍາດ Covid – 19, ຈໍານວນແຂກທ່ອງທ່ຽວ ຈີນ ໄດ້ຫຼຸດລົງ, ແຕ່ແທນທີ່ນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດອື່ນໆ ຍັງຄົງເພີ່ມຂຶ້ນຢູ່ສະເໝີ ເປັນຕົ້ນແມ່ນ ແຂກທ່ອງທ່ຽວມາຈາກ ຍີ່ປຸ່ນ (ເພີ່ມຂຶ້ນ 200%), ອິນເດຍ (ເພີ່ມຂຶ້ນ 65%)...; ແຂກທ່ອງທ່ຽວ ເອີຣົບ ພວມເພີ່ມຂຶ້ນເທື່ອລະເລກເທື່ອລະໜ້ອຍ. ຈຸດເວລານີ້, ມີບໍລິສັດທ່ອງທ່ຽວຫຼາຍແຫ່ງຄື: Hanoitourist, Vietrantour, Hanoi Redtour.. ເລີ່ມມີແຜນນະໂຍບາຍຊອກທິດທາງເປີດກວ້າງຕະຫຼາດ, ເປັນເຈົ້າການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກ ເອີຣົບ, ອາເມລິກາ, ອົດສະຕາລີ... ມາຮ່າໂນ້ຍ ແລະ ກົງກັນຂ້າມ.


ຕອບກັບ