ຂະແໜງ ກາເຟ ຫວຽດນາມ ມຸ່ງໄປເຖິງການສົ່ງອອກ 6 ຕື້ USD

Chia sẻ
(VOVWORLD) - ຂະແໜງ ກາເຟ ຫວຽດນາມ ມຸ່ງໄປເຖິງວົງເງິນການຄ້າສົ່ງອອກບັນລຸ 6 ຕື້ USD. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ ຂະແໜງ ກາເຟ ຕ້ອງຍົກສູງສະມັດຕະພາບ, ຄຸນນະພາບ ແລະ ມູນຄ່າເພີ່ມເຕີ່ມ.
ຂະແໜງ ກາເຟ ຫວຽດນາມ ມຸ່ງໄປເຖິງການສົ່ງອອກ 6 ຕື້ USD - ảnh 1ການປະຊຸມຂ່າວກ່ຽວກັບ “ວັນບຸນ ກາເຟ ຫວຽດນາມ ຄັ້ງທີ 1 ປີ 2017”  

ຂໍ້ສັງເກດນີ້ ໄດ້ຍົກອອກມາຢູ່ການປະຊຸມຂ່າວກ່ຽວກັບ “ວັນບຸນ ກາເຟ ຫວຽດນາມ ຄັ້ງທີ 1 ປີ 2017” ດ້ວຍຫົວຂໍ້ວ່າ “ໄລຍະພັດທະນາໃໝ່ຂອງຂະແໜງ ກາເຟ ຫວຽດນາມ” ໂດຍຄະນະກຳມະການປະຊາຊົນແຂວງ ເລີມດົງ ແລະ ສະຫະສະມາຄົມ ກາເຟ ກາກາວ ຫວຽດນາມ ຈັດຕັ້ງໃນວັນທີ 14 ພະຈິກ ຢູ່ ຮ່າໂນ້ຍ.

        ທ່ານປະທານສະຫະສະມາຄົມ ກາເຟກາກາວ ຫວຽດນາມ ເລືອງວັນຕື້ ໃຫ້ຮູ້ວ່າ: ຂະແໜງກາເຟ ສູ້ຊົນສຳເລັດ 2 ເປົ້າໝາຍລວມມີ: ຮັກສາອັນດັບທີ 2 ກ່ຽວກັບການຜະລິດ ແລະ ສົ່ງອອກ ກາເຟ ໃນໂລກ; ຍູ້ແຮງຂັ້ນຕອນປຸງແຕ່ງ ກາເຟ, ບັນດາຜະລິດຕະພັນອື່ນໆ ຍົກມູນຄ່າເພີ່ມ ແລະ ວົງເງິນການຄ້າສົ່ງອອກຮອດປີ 2030 ຂຶ້ນເຖິງປະມາມ 6 ຕື້ USD. ປະຈຸບັນ ມູນຄ່າເພີ່ມ ຂອງຂະແໜງ ກາເຟ ຍັງມີຫລາຍ, ດັ່ງນັ້ນ, ຂະແໜງ ກາເຟ ຕ້ອງການແຫຼ່ງທຶນໃຫຍ່ ແລະ ປະຕິບັດຄົບຊຸດບັນດາມາດຕະການ ເພື່ອເຮັດໃຫ້ເພີ່ມສະມັດຕະພາບຕົ້ນ ກາເຟ ແລະ ຄຸນນະພາບຂອງບັນດາຜະລິດຕະພັນປຸງແຕ່ງ.

ຕອບກັບ