ຂໍ້​ລິ​ເລ​ີ່ມ​ກ່ຽວ​ກັບ Covid – 19 ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 4 ແຫ່ງ​ໄດ້​ຮັບເງິນ​ອຸ​ປະ​ຖ​ຳ​ຈ​າກ​​ອົງ​ການມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຝ​ລັ່ງ

Chia sẻ
(VOVWORLD) -ຢູ່ພາກພື້ນ ອາຊີ - ປາຊີຟິກ, ຫວຽດນາມແມ່ນປະເທດມີຫຼາຍໂຄງການທີ່ສຸດທີ່ໄດ້ຮັບເງິນອຸປະຖຳດັ່ງກ່າວ.
ຂໍ້​ລິ​ເລ​ີ່ມ​ກ່ຽວ​ກັບ Covid – 19 ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 4 ແຫ່ງ​ໄດ້​ຮັບເງິນ​ອຸ​ປະ​ຖ​ຳ​ຈ​າກ​​ອົງ​ການມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຝ​ລັ່ງ - ảnh 1

ມະຫາວິທະຍາໄລດ່ານັ້ງມອບສົ່ງ Robot Bk-Anticovid ໃຫ້ແກ່ໂຮງໝໍ (ພາບ: ມະຫາວິທະນາໄລດ່ານັ້ງ)

ຕາມຂໍ້ມູນຂ່າວສານຈາກອົງການມະຫາວິທະຍາໄລພາສາຝລັ່ງແລ້ວ, ຫວຽດນາມມີຂໍ້ລິເລີ່ມ 4 ຂໍ້ ຈາກ ມະຫາວິທະຍາໄລ ໄດ້ຮັບການຄັດເລືອກຮັບເງິນອຸປະຖຳຈາກກອງທຶນຮັບມືກັບໂລກລະບາດ Covid – 19 ຂອງອົງການນີ້ ລວມມີ: ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ, ມະຫາວິທະຍາໄລສະຖາປັດຕະຍະກຳນະຄອນໂຮ່ຈີມິນ, ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ແລະ ມະຫາວິທະຍາໄລ ດ່ານັ້ງ. ຢູ່ພາກພື້ນ ອາຊີ - ປາຊີຟິກ, ຫວຽດນາມແມ່ນປະເທດມີຫຼາຍໂຄງການທີ່ສຸດທີ່ໄດ້ຮັບເງິນອຸປະຖຳດັ່ງກ່າວ.

4 ໂຄງການດັ່ງກ່າວ ຂອງ ຫວຽດນາມໄດ້ຮັບການຄັດເລືອກຈາກຈຳນວນ 2000 ໂຄງການທີ່ມາຈາກ 79 ປະເທດໃນທົ່ວໂລກ ທີ່ໄດ້ສົ່ງໄປຍັງອົງການມະຫາວິທະຍາໄລພາສາຝລັ່ງ ໃນຂອບເຂດກອງທຶນອຸປະຖຳສາກົນເພື່ອຮັບມືກັບໂລກລະບາດ Covid – 19. ກອງທຶນອຸປະຖຳມີມູນຄ່າ 1 ລ້ານ ເອີໂຣ, ເພື່ອແນໃສ່ເພີ່ມທະວີການປະກອບສ່ວນຂອງບັນດາມະຫາວິທະຍາໄລໃນການພັດທະນາບັນດາມາດຕະການໜູນຊ່ວຍລະບົບສາທາລະນະສຸກ ແລະ ປະຊາຊົນໃນການຮັບມືກັບບັນດາຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19.

ຕອບກັບ