ກຽນ​ຢາງ ​ເປັນ​ເຈົ້າ​ການ​ໃນ​ບ​ັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເຂ​ດ​ຊາຍ​ແດນ

Chia sẻ
(VOVWORLD) -ທ່ານ ຫງວຽນລຶວຈຸງ ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໃຫ້ຮູ້ວ່າ, ປັດຈຸບັນ ຄວາມຫຍຸ້ງຍາກທີ່ສຸດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງແມ່ນສະພາບການເຂົ້າເມື່ອງຝ່າຍເຂດຊາຍແດນ ສືບຕໍ່ເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ.
ກຽນ​ຢາງ ​ເປັນ​ເຈົ້າ​ການ​ໃນ​ບ​ັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເຂ​ດ​ຊາຍ​ແດນ - ảnh 1ທ່ານ ຫງວຽໜແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 18 ເມສາ, ຢູ່ກຽນຢາງ, ຄະນະປະຕິບັດງານໂດຍທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບການນຳແຂວງກຽນຢາງ, ຜູ້ຕາງໜ້າບັນດາພະແນກ, ຂະແໜງ, ຄະນະ, ທ້ອງຖິ່ນຂອງແຂວງກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ. ທ່ານ ຫງວຽນລຶວຈຸງ ຮອງປະທານຄະນະກຳມະການປະຊາຊົນແຂວງກຽນຢາງ ໃຫ້ຮູ້ວ່າ, ປັດຈຸບັນ ຄວາມຫຍຸ້ງຍາກທີ່ສຸດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນແຂວງແມ່ນສະພາບການເຂົ້າເມື່ອງຝ່າຍເຂດຊາຍແດນ ສືບຕໍ່ເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ. ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ແຂວງກຽນຢາງຕ້ອງເປັນເຈົ້າການໃນການຍົກອອກສະພາບການເຕືອນໄພຢູ່ໃນລະດັບສູງກ່ວາ ແລະ ກະກຽມໃຫ້ແກ່ທຸກກໍລະນີຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນຄື: ບັນຫາຕິດເຊື້ອໃນຊຸມຊົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງ… ພ້ອມກັນນັ້ນ, ທາງແຂວງກໍ່ພິຈາລະນາການສະກັດກັ້ນ, ຄວບຄຸມເຂດຊາຍແດນທາງບົກ ແລະ ທາງທະເລ ແມ່ນວິທີການຕັດສິນຊີ້ຂາດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເພີ່ມທະວີການຂົນຂວາຍ, ໂຄສະນາເພື່ອໃຫ້ປະຊາຊົນແຕ່ລະຄົນກາຍເປັນຜູ້ຮ່ວມງານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ