ກຳມາທິການການຕ່າງປະເທດສະພາສູງອາເມລິກາ ກ່າວປະນາມບັນດາການກະທຳເກາະຜິດຂອງຈີນຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) -ຮຸ່ງເຊົ້າວັນທີ 19 ກັນຍາ ຕາມເວລາ ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ໄດ້ຈັດຕັ້ງວາລະອະພິປາຍກ່ຽວກັບນະໂຍບາຍຂອງ ອາເມລິກາ ຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ພາຍໃຕ້ການເປັນປະທານຂອງທ່ານ James Risch ສະມາຊິກສະພາສູງ ພັກສາທາລະນະ ແລະ ທ່ານ Bob Menedez ສະມາຊິກສະພາສູງ ພັກ ປະຊາທິປະໄຕ. 
ກຳມາທິການການຕ່າງປະເທດສະພາສູງອາເມລິກາ ກ່າວປະນາມບັນດາການກະທຳເກາະຜິດຂອງຈີນຢູ່ທະເລຕາເວັນອອກ - ảnh 1 ທ່ານ David  Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາພາກພື້ນ ອາຊີຕາເວັນອອກ - ປາຊີຟິກ (ພາບ: Stripes/TTXVN)

ຜູ້ຂຶ້ນອະພິປາຍ ແມ່ນ ທ່ານ David  Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາພາກພື້ນ ອາຊີຕາເວັນອອກ - ປາຊີຟິກ.

ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທີ່ວາລະອະພິປາຍນີ້ ທ່ານ James Risch ສະມາຊິກສະພາສູງ ພັກສາທາລະນະ ຖືວ່າ:  ອາເມລິກາ ຕ້ອງມີການກະທຳ ພິເສດ ໃນສະພາບການ ຈີນ ມີບັນດາການກະທຳເກາະຜິດຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ໃນຂະນະນັ້ນ ທ່ານ Bob Menedez ສະມາຊິກສະພາສູງ ພັກປະຊາທິປະໄຕ ເນັ້ນຫນັກວ່າ:  ຕ້ອງຄວບຄຸມບັນດາການກະທຳຂອງຈີນ ທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ ກໍ່ຄື ເລື່ອງຈີນ ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ຈຸດປະສົງດ້ານການທະຫານ.

ເມື່ອເຕື້ອງເຖິງ ປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ທ່ານ Ted Yoho ສະມາຊິກສະພາຕ່ຳ ເນັ້ນຫນັກວ່າ: ອາຊຽນ ຄວນຄັດຄ້ານຈີນ ລະເມີດເຂດເສດຖະກິດຈຳເພາະຂອງຫວຽດນາມ, ຟີລີບປິນ, ບຣູໄນ ແລະບັນດາປະເທດແຄມທະເລ. ບັນດາປະເທດ ອາຊຽນ, ອາເມລິກາ, ການາດາ, ອັງກິດ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ສເກົາຫລີ, ອົດສະຕາລີ ຄວນສົມທົບກັນ, ພ້ອມກັນປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ບັນດາຂໍ້ກຳນົດ ແລະ ກົດໝາຍສາກົນ ແລະ ຖືນີ້ແມ່ນປັດໄຈ ສ້າງຜົນສຳເລັດໃຫ້ແກ່ ອາຊຽນ.

ຕອບກັບ