ກ່ຳປັ່ນຂັບໄລ່ ອາເມລິກາ ລາດຕະເວນການເດີນເຮືອຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) - ຕາມທ່ານນາງພັນດີ Reann Mommsen ໂຄສົກກອງເຮືອຮົບທີ 7 ສັງກັດກອງທັບເຮືອ ອາເມລິກາ ແລ້ວ, ວັນທີ 28 ສິງຫາ, ກ່ຳປັ່ນຂັບໄລ່ Wayne E.Meyer ຂອງກອງທັບເຮືອ ອາເມລິກາ ໄດ້ດຳເນີນການລາດຕະເວນການເດີນເຮືອຢູ່ທະເລຕາເວັນອອກ. ທ່ານນາງ Mommsen ໃຫ້ຮູ້ຕື່ມອີກວ່າ ການເຄື່ອນໄຫວນີ້ ໄດ້ປະຕິບັດແມ່ນເພື່ອແນໃສ່ປົກປ້ອງສິດສຳຜັດບັນດາເຂດທະເລ ໂດຍກົດໝາຍສາກົນໃຫ້ອະນຸຍາດ.

ກ່ອນໜ້ານັ້ນ, ວັນທີ 26 ສິງຫາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົງຢ່າງເລິກເຊິ່ງກ່ຽວກັບ “ການແຊກແຊງທີ່ມີລັກສະນະບັງຄັບ” ຂອງ ຈີນ ສຳລັບການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດ ທີ່ຍືນຍົງຄົງຄົວມາແຕ່ດົນແລ້ວຂອງ ຫວຽດນາມ ຢູ່ທະເລຕາເວັນອອກ, ກໍ່ຄືບັນດາການກະທຳຢ່າງລຽນຕິດຂອງ ຈີນ ທີ່ລະເມີດຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ບັນດາຫຼັກການຢູ່ພາກພື້ນມະຫາສະໝຸດ ອິນເດຍ ແລະ ປາຊີຟິກ.

        ຖະແຫຼງການໃຫ້ຮູ້ວ່າ: ບັນດາການກະທຳຂອງ ຈີນ ໄດ້ໄປຝືນກັບວິໄສທັດຂອງ ອາເມລິກາ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ ແລະ ປາຊີຟິກ ເສລີພາບ ແລະ ເປີດອົກເປີດໃຈ, ໃນນັ້ນ ບັນດາປະເທດໃຫຍ່, ນ້ອຍທັງໝົດໄດ້ຮັບປະກັນມີອະທິປະໄຕ, ບໍ່ຖືກບັງຄັບ ແລະ ສາມາດເດີນຕາມການເຕີບໂຕເສດຖະກິດໃຫ້ເໝາະສົມກັບຂໍ້ກຳນົດ ແລະ ມາດຕະຖານສາກົນ ເຊິ່ງໄດ້ຮັບການຮັບຮອງເອົາ.

ຕອບກັບ