ການໂອ້ລົມສົນທະນາລະຫວ່າງການນຳບັນດາພະແນກ, ຂະແໜງການຂອງນະຄອນໂຮ່ຈີມິນ ກັບວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

Chia sẻ
(VOVWORLD) - ຕອນບ່າຍວັນທີ 12 ທັນວາ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມໂອ້ລົມສົນທະນາລະຫວ່າງວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບການນຳພະແນກ, ຂະແໜງການນະຄອນ ໂຮ່ຈີມິນ. 
ການໂອ້ລົມສົນທະນາລະຫວ່າງການນຳບັນດາພະແນກ, ຂະແໜງການຂອງນະຄອນໂຮ່ຈີມິນ ກັບວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1 ທີ່ກອງປະຊຸມໂອ້ລົມສົນທະນາ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາພະແນກ, ຂະແໜງການນະຄອນ ໂຮ່ຈີມິນ ໄດ້ແຈ້ງລາຍລະອຽດໃຫ້ວິສາຫະກິດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງບັນຫາ startup. ໂດຍລະອຽດແມ່ນ, ອຳນາດການປົກຄອງນະຄອນ ພວມສຸມໃສ່ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ສ້າງສະພາບແວດລ້ອມໃຫ້ມີຄວາມສະດວກທີ່ສຸດ ເພືຶ່ອພັດທະນາພື້ນຖານໂຄງລ່າງ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການລົງທຶນ - ດຳເນີນທຸລະກິດ, ສ້າງນະຄອນອັດສະລິຍະ, ນະຄອນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ startup. ໄປຄຽງຄູ່ກັນນັ້ນ ນະຄອນໂຮ່ຈີມິນ ຊຸກຍູ້ການພັດທະນາວິສາຫະກິດທີ່ຕິດພັນກັບການໝູນໃຊ້ວິທະຍາສາດ - ເຕັກໂນໂລຊີ, ພັດທະນາເຂດຈຸດສຸມການປ່ຽນໃໝ່ການປະດິດຄິດສ້າງ, ເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນ.

ຕອບກັບ