ການແຂ່ງຂັນຊີງລາງວັນສື່ມວນຊົນລະດັບຊາດຄັ້ງທີ 14 ປີ 2019 ຮອບສຸດທ້າຍ

Chia sẻ
(VOVWORLD) -  ການແຂ່ງຂັນຊີງລາງວັນສື່ມວນຊົນລະດັບຊາດຄັ້ງທີ 14 ປີ 2019 ຮອບສຸດທ້າຍ ໄດ້ໄຂຂຶ້ນໃນວັນທີ 29 ພຶດສະພາ ຢູ່ຮ່າໂນ້ຍ. 
ການແຂ່ງຂັນຊີງລາງວັນສື່ມວນຊົນລະດັບຊາດຄັ້ງທີ 14 ປີ 2019 ຮອບສຸດທ້າຍ - ảnh 1 ທ່ານ ທ້ວນຮືວ, ຫົວໜ້າບັນນາທິການໜັງສືພິມເຍິນເຢິນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ທ້ວນຮືວ, ຫົວໜ້າບັນນາທິການໜັງສືພິມເຍິນເຢິນ (ປະຊາຊົນ), ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ, ປະທານຄະນະກຳມະການໃຫ້ຄະແນນຮອບສຸດທ້າຍໃຫ້ຮູ້ວ່າ: ຜ່ານການຈັດຕັ້ງມາເປັນເວລາ 14 ປີ, ການແຂ່ງຂັນຊີງລາງວັນສື່ມວນຊົນລະດັບຊາດ ນັບມື້ນັບໄດ້ຮັບຄວາມສົນໃຈ, ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຫ້າວຫັນຈາກທຸກຂັ້ນຂອງສະມາຄົມ, ບັນດາອົງການສື່ມວນຊົນ, ສະມາຊິກສະມາຄົມນັກຂ່າວ, ຜູ້ຮ່ວມງານໃນທົ່ວປະເທດ. ພິເສດແມ່ນໃນປີນີ້ ເປັນຄັ້ງທຳອິດທີ່ໄດ້ປະຕິບັດການໃຫ້ຄະແນນບັນດາຜະລິດຕະພັນສື່ເອເລັກໂຕນິກ, ກະຈາຍສຽງ, ໂທລະພາບ, ຂ່າວພາບຜ່ານທາງອອນລາຍ (ເວັ້ນເສຍແຕ່ໜັງສືພິມ) ແລະ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການໃຫ້ຄະແນນ.

        ບັນດາຜະລິດຕະພັນທີ່ສົ່ງມາເຂົ້າຮ່ວມຊີງລາງວັນສື່ມວນຊົນໄດ້ສ່ອງແສງເຖິງຊີວິດການເປັນຢູ່ທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດໃນປີ 2019 ຢ່າງຮອບດ້ານ ແລະ ເລິກເຊິ່ງ. ຫລາຍຜະລິດຕະພັນແມ່ນມີລັກສະນະພົບເຫັນ, ຕີລາຄາຢ່າງເລິກເຊິ່ງ, ກຳແໜ້ນບັນຫາ, ມີປະສິດທິຜົນທາງສັງຄົມຢ່າງຕັ້ງໜ້າ. ຮອບສຸດທ້າຍການແຂ່ງຂັນລາງວັນສື່ມວນຊົນລະດັບຊາດປີ 2019 ຈະດຳເນີນໃນລະຫວ່າງວັນທີ 29 – 30 ພຶດສະພາ 2020.

ຕອບກັບ