ການເລືອກຕັ້ງອາເມລິກາ 2020: ຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານໄດ້ເຂົ້າຮ່ວມການໂຕ້ວາທີໂດຍກົງຄັ້ງສຸດທ້າຍ

Chia sẻ
(VOVWORLD) -ການໂຕ້ວາທີໂດຍກົງຄັ້ງສຸດທ້າຍນີ້ໄດ້ຮັບຖືວ່າ ແມ່ນໂອກາດເພື່ອຊ່ວຍໃຫ້ຜູ້ສະໝັກເລືອກຕັ້ງ 2 ທ່ານສ້າງບາດລ້ຽວທີ່ມີຄວາມໝາຍໃນໄລຍະສຳຄັນທີ່ສຸດຂອງການເລືອກຕັ້ງ

ການເລືອກຕັ້ງອາເມລິກາ 2020: ຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານໄດ້ເຂົ້າຮ່ວມການໂຕ້ວາທີໂດຍກົງຄັ້ງສຸດທ້າຍ - ảnh 1ຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານໄດ້ເຂົ້າຮ່ວມການໂຕ້ວາທີໂດຍກົງຄັ້ງສຸດທ້າຍ

(ພາບ: AFP/TTXVN)

ຕອນເຊົ້າວັນທີ 23 ຕຸລາ (ຕາມເວລາຫວຽດນາມ), ຜູ້ສະໝັກເລືອກຕັ້ງປະທານາທິບໍດີ 2 ທ່ານຂອງພັກປະຊາທິປະໄຕ ແລະ ພັກສາທາລະນະ ໄດ້ເຂົ້າຮ່ວມການໂຕ້ວາທີໂດຍກົງຄັ້ງທີ 2 ແລະ ກໍ່ແມ່ນຄັ້ງສຸດທ້າຍກ່ອນການເລືອກຕັ້ງໃນວັນທີ 03 ພະຈິກ. ເຫດການໄດ້ດຳເນີນຢູ່ລັດ Tennesse.

        ການໂຕ້ວາທີລະຫວ່າງທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump ແລະ ຜູ້ສະໝັກເລືອກຕັ້ງປະທານາທິບໍດີພັກປະຊາທິປະໄຕ Joe Biden ໂດຍນັກຂ່າວ Kristen Welker ຂອງສຳນັກຂ່າວສານ NBC News ເປັນຜູ້ປະສານງານ. “ຮອບສຸດທ້າຍ” ນີ້ໄດ້ຖ່າຍທອດສົດທາງໂທລະພາບ, ໂດຍສຸມໃສ່ 6 ຫົວຂໍ້ຄື: ວິທີການຮັບມືກັບໂລກລະບາດໂຄວິດ-19; ຄຸນຄ່າບັນດາຄອບຄົວຊາວອາເມລິກາ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງແຫ່ງຊາດ ແລະ ການຈຳແນກເຊື້ອຊາດຜິວພັນ.

        ການໂຕ້ວາທີໂດຍກົງຄັ້ງສຸດທ້າຍນີ້ໄດ້ຮັບຖືວ່າ ແມ່ນໂອກາດເພື່ອຊ່ວຍໃຫ້ຜູ້ສະໝັກເລືອກຕັ້ງ 2 ທ່ານສ້າງບາດລ້ຽວທີ່ມີຄວາມໝາຍໃນໄລຍະສຳຄັນທີ່ສຸດຂອງການເລືອກຕັ້ງ, ຜ່ານນັ້ນມຸ່ງໄປເຖິງໝາກຜົນການໄດ້ຮັບໄຊຊະນະ ເພື່ອກາຍເປັນປະທານາທິບໍດີອາເມລິກາ ໃນອາຍຸການໃໝ່.

ຕອບກັບ