ການເຄື່ອນໄຫວສະເຫລີມສະຫລອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ

Chia sẻ
(VOVWORLD) -ພິທີແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລາວ ແລະ ປະຊາຊົນ ລາວ ອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ ຫວຽດນາມ ແລະ ລາວ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ
ການເຄື່ອນໄຫວສະເຫລີມສະຫລອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1 ທ່ານນາງ ຈີ້ງທິເຕີມ ອັກຄະລັດຖະທູດ  ພ້ອມດ້ວຍຄະນະຖະຫວາຍທູບທຽນ

ວັນທີ 26 ກໍລະກົດ ເນື່ອງໃນໂອກາດສະເຫລີມສະຫລອງ 73 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ, ສະຖານທູດຫວຽດນາມ ປະຈຳ ສປປ ລາວ ແລະ ສະຫະສະມາຄົມນັກຮົບເກົ່າແຫ່ງຊາດ ລາວ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ເຂດປູຊະນີຍະສະຖານ ບ້ານ ເກີນ, ເມືອງ ທຸລະຄົມ  ແຂວງວຽງຈັນ. ເຂົ້າຮ່ວມມີພະນັກງານ, ລັດຖະກອນ, ຜູ້ຕາງຫນ້າສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ຜູ້ຕາງຫນ້າອຳນາດການປົກຄອງແຂວງ ວຽງຈັນ… ເຂົ້າຮ່ວມຢ່າງພ້ອມພຽງ.

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຈີ້ງທິເຕີມ ອັກຄະລັດຖະທູດ ເນັ້ນຫນັກວ່າ: ພິທີແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ລາວ ແລະ ປະຊາຊົນ ລາວ ອາໄລຫາ, ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ ຫວຽດນາມ ແລະ ລາວ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ ທົບທວນຄືນມູນເຊື້ອສາມັກຄີໃນການຕໍ່ສູ້ກູ້ຊາດ, ຮຽງບ່າຮຽງໄຫລ່ຕ້ານສັດຕູໂຕດຽວ, ຍາດເອົາເອກະລາດ,  ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະກ່ອນນີ້ ແລະ ພ້ອມກັນສ້າງສາປະເທດຊາດ ປະຈຸບັນ.

ຕອບກັບ