ການເຄື່ອນໄຫວຕ່າງໆມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍສິດທິເດັກ

Chia sẻ
(VOVWORLD) -ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສົມທົບກັບກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ປະຈຳຫວຽດນາມ ແລະ ບັນດາຄູ່ຮ່ວມມືພັດທະນາ, ບັນດາວິສາຫະກິດ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.

        ຢູ່ຮ່າໂນ້ຍ, ບັນດາການເຄື່ອນໄຫວສະເຫຼີມສະຫຼອງຈະດຳເນີນຢູ່ຖະໜົນຍ່່າງອ້ອມໜອງ ຮ່ວານກ໊ຽມ ໃນລະຫວ່າງວັນທີ 16 – 17 ພະຈິກ, ລວມມີ: ພິທີສະເຫຼີມສະຫຼອງ, ງານວາງສະແດງພາບຖ່າຍ ຈຸດປະກາຍຮ້ອນຍິ້ມຫວຽດນາມ, ເປີດສະຫຼອງສະໝຸດຊອກຮູ້ກ່ຽວກັບສົນທິສັນຍາວ່າດ້ວຍສິດທິເດັກ …

        ຢູ່ນະຄອນໂຮ່ຈີມິນ, ຢູ່ຕຶກອາຄານ Landmark 81 ຈະໄດ້ເອົາພາບຖ່າຍກ່ຽວກັບຮອຍຍິ້ມຂອງເດັກນ້ອຍລົງສາຍຕາມຕຶກອາຄານດ້ວຍຄວາມຫວັງສ້າງແຫຼ່ງບັນດານໃຈໃຫ້ແກ່ເດັກນ້ອຍ ແລະ ຄອບຄົວເພື່ອສ້າງໂອກາດໃຫ້ເດັກນ້ອຍທຸກຄົນມີການພັດທະນາຢ່າງປອດໄພ ແລະ ສົດໄສ.

ຕອບກັບ