ກາ​ນາ​ດາ ຕີ​ລາ​ຄາ​ສູງ ການ​ນຳ​ພາ​ຂ​ອງ ພັກກອມ​ມູ​ນິດ ຫວຽດ​ນາມ ໃນບັນ​ດາໄຊ​ຊະ​ນະ​ຂອງ​ຊາດ ຫວຽດ​ນາມ

Chia sẻ
(VOVWORLD) -ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ.
ກາ​ນາ​ດາ ຕີ​ລາ​ຄາ​ສູງ ການ​ນຳ​ພາ​ຂ​ອງ ພັກກອມ​ມູ​ນິດ ຫວຽດ​ນາມ ໃນບັນ​ດາໄຊ​ຊະ​ນະ​ຂອງ​ຊາດ ຫວຽດ​ນາມ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ:  TTXVN)

ວັນທີ 6 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2021) ແລະ ອວຍພອນຜົຸນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ” ໂດຍມີການເຂົ້າຮ່ວມຂອງນັກຮຽນຮູ້ທີ່ມາຈາກ ອັງກິດ, ອາເມລິກາ ແລະ ອາກຊັງຕິນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງ ຫວຽດນາມ. ຍ້ອນວິວັດການປ່ຽນແປງໃໝ່, ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸພຽງແຕ່ 86 USD ເທົ່ານັ້ນ, ແຕ່ຫວຽດນາມ ໄດ້ຟື້ນຕົວ ແລະ ຍົກລະດັບ ລາຍຮັບສະເລ່ຍຕໍ່ຫົວຄົນ ຂຶ້ນເປັນປະມານ 2.800 USD, ກາຍເປັນປະເທດ ສົ່ງອອກເຂົ້າສານໃຫຍ່ອັນດັບທີ 2 ໃນໂລກ. ສະເພາະປີ 2020, ໃນຂະນະທີ່ລະດັບການເຕີບໂຕ GDP ຂອງໂລກເປັນລົບ,ແຕ່ເສດຖະກິດຂອງ ຫວຽດນາມ ຍັງບັນລຸລະດັບເຕີບໂຕ 2,91%. ເພື່ອນມິດ ການາດາ ໄດ້ສະແດງຄວາມປາດຖະໜາຢາກຮຽນຮູ້ປະສົບການ ຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພ້ອມທັງສະແດງຄວາມເຄົາລົບຕໍ່ບັນດາໄຊຊະນະຂອງ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍ ຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນໃນວິວັດການປ່ຽນແປງໃໝ່ປັດຈຸບັນ, ອັນໄດ້ຢັ້ງຢືນໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ.

ຕອບກັບ