​ການ​ຮ່ວມ​ມື​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຊີ

Chia sẻ
(VOVWORLD) -ວັນທີ 21 ພຶດສະພາ, ໃນວັນເຮັດວຽກທີ 2 ຂອງກອງປະຊຸມອະນາຄົດອາຊີ, ການນຳບັນດາປະເທດ ໄດ້ຍົກອອກຫຼາຍວິທີການແກ້ໄຂເພື່ອຟື້ນຟູພື້ນຖານເສດຖະກິດ ຂອງບັນດາປະເທດ ອາຊີ ພາຍຫຼັງໂລກລະບາດໂຄວິດ - 19.

​ການ​ຮ່ວມ​ມື​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ຊີ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ດ້ວຍຫົວຂໍ້ “ຟື້ນຟູເສດຖະກິດຜ່ານການຮ່ວມມືດ້ານເຕັກນິກເຕັກໂນໂລຢີ”, ບົດກ່າວປະໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງການຮ່ວມມື ແລະ ການເຫັນດີເປັນເອກະພາບຂອງບັນດາປະເທດ ອາຊີ ແມ່ນສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ທ່ານ ທອງລຸນ ສີສຸລິດ ໄດ້ຊີ້ແຈ້ງວ່າ: ໃນໄລຍະຫຼັງໂລກລະບາດໂຄວິດ - 19, ບັນດາປະເທດຕ້ອງແບ່ງປັນ ແລະ ຮ່ຳຮຽນເຊິ່ງກັນແລະກັນ ກ່ຽວກັບເສດຖະກິດດີຈີຕອນ, ປັນຍາປະດິດ, ການຄ້າ ເອເລັກໂຕນິກ ແລະ ການແບ່ງປັນພື້ນຖານຂໍ້ມູນຂ່າວສານ, ເຄັດລັບວິທະຍາສາດເຕັກໂນໂລຢີທີ່ສຳຄັນທີ່ສຸດ. ເພື່ອຄວບຄຸມໄດ້ໂລກລະບາດໂຄວິດ - 19, ບັນດາປະເທດ ອາຊີ ຕ້ອງຮ່ວມແຮງຮ່ວມໃຈ ເພື່ອກ້າວຂຶ້ນ, ຊ່ວຍເຫຼືອບັນດາປະເທດພັດທະນາຊ້າກ່ວາ ເພື່ອສາມາດຈະສ້າງໄດ້ ອາຊີ ແຫ່ງການພັດທະນາ, ວັດທະນາຖາວອນ.

ຕອບກັບ