ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ແອັດ​ສ​ະປາຍ​ພັດ​ທະ​ນາ​ຢ່າງ​ແຮງ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 26 ກັນຍາ, ຢູ່ນະຄອນຫຼວງ Madrid, ສະຖານທູດຫວຽດນາມ ປະຈຳແອັດສະປາຍ ໄດ້ຈັດພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ແອດສະປາຍ.
ການພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ແອັດ​ສ​ະປາຍ​ພັດ​ທະ​ນາ​ຢ່າງ​ແຮງ - ảnh 1

ບັນດາຜູ້ແທນຢູ່ເວທີປາໄສວິສາຫະກິດຫວຽດນາມ-ແອັດສະປາຍ

 (ພາບ:TTXVN)

    ກ່າວຄຳເຫັນທີ່ພິທີ, ທ່ານໂງຕຽນຢຸ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳແອດສະປາຍ ເນັ້ນໜັກວ່າ, ໃນປີ 2020, ຫວຽດນາມ ຈະເປັນກຽດຮັບຜິດຊອບ 2 ໜ້າທີ່ສາກົນອັນໃຫ່ຍຫຼວງ ນັ້ນແມ່ນເປັນປະທານອາຊຽນ 2020 ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ 2020-2021. ນີ້ແມ່ນຄວາມເອກອ້າງທະນົງໃຈ ພ້ອມທັງແມ່ນຄວາມຮັບຜິດຊອບອັນໃຫ່ຍຫຼວງຊື່ງປະຊາຄົມໂລກເຊື່ອໝັ້ນມອບໃຫ້ແກ່ຫວຽດນາມ. ສ່ວນທ່ານ Xiana Margarida Méndez Bértolo ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ການທ່ອງທ່ຽວແອັດສະປາຍ ຢຶນຢັນວ່າ ແອັດສະປາຍ ຖືການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບຫວຽດນາມ ເປັນສຳຄັນ, ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນອາຊຽນ ແລະ ຫວັງວ່າ ດ້ວຍເລື່ອງຮັບຮອງເອົາສັນຍາເສດຖະກິດສອງສະບັບໂດຍໄວ ນັ້ນແມ່ນ EVFTA ແລະ  EVIPA ຊື່ງຫາກໍ່ໄດ້ເຊັນກັບ EU ນັ້ນ, ຝ່າຍຕ່າງໆຈະມີເງື່ອນໄຂເປີດກ້ວາງ ແລະ ຍູ້ໄວການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການລົງທຶນໃນຫຼາຍຂົງເຂດກ່ວາອີກ; ທ່ານຫວັງວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນໄລຍະຈະມາເຖິງ.


ຕອບກັບ