ການຜັນແປກ່ຽວກັບບັ້ນບຸກໂຈມຕີຂອງຕວັກກີແນໃສ່ກຳລັງຊາວ Kurd ຢູ່ຊີີຣີ

Chia sẻ
(VOVWORLD) -ບັນດາກຳລັງຂອງຕວັກກີ, ອາເມລິກາ ແລະ ບັນດາກຳລັງອື່ນໆທີ່ມີໜ້າຢູ່ ດິນແດນຊີຣີ ຕ້ອງຖອນກຳລັງອອກຈາກປະເທດນີ້.
ການຜັນແປກ່ຽວກັບບັ້ນບຸກໂຈມຕີຂອງຕວັກກີແນໃສ່ກຳລັງຊາວ Kurd ຢູ່ຊີີຣີ - ảnh 1(ພາບປະກອບ: THX/ TTXVN)

ວັນທີ 18 ຕຸລາ, ກ່າວຄຳເຫັນທີ່ການຕ້ອນຮັບທູດພິເສດຂອງປະທານາທິບໍດີລັດເຊຍ ກ່ຽວກັບຊີຣີ, ທ່ານ Alexander Lavrentiyev ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergey Vershinin ຢູ່ນະຄອນຫຼວງ Damascus, ທ່ານປະທານາທິບໍດີ Assad ຖືວ່າ, ບັນດາກຳລັງຂອງຕວັກກີ, ອາເມລິກາ ແລະ ບັນດາກຳລັງອື່ນໆທີ່ມີໜ້າຢູ່ ດິນແດນຊີຣີ ຕ້ອງຖອນກຳລັງອອກຈາກປະເທດນີ້. ຕາມທ່ານ Assad ແລ້ວ, ບັນດາກຳລັງດັ່ງກ່າວໄດ້ຮັບຖືວ່າແມ່ນກຳລັງຢຶດຄອງຕາມກົດໝາຍສາກົນ. ທ່ານປະທານາທິບໍດີ Assad ເນັ້ນໜັກວ່າ, ປະຊາຊົນຊີຣີ ມີສິດນຳໃຊ້ທຸກໆມາດຕະການເພື່ອຕ້ານຄືນການກະທຳດັ່ງກ່າວ.

        ສ່ວນບັນດາເຈົ້າໜ້າທີ່ລັດເຊຍ ໄດ້ຢ້ຳຄືນຫຼັກໝັ້ນຂອງມົດສະກູ ໃນການສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ.

        ແລະກໍ່ໃນວັນທີ 18 ຕຸລາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ກ່າວເຕືອນວ່າ ຈະເຊື່ອມຕໍ່ບັ້ນການທະຫານແນໃສ່ກຳລັງປະກອບອາວຸດຊາວ Kurd ຢູ່ຊີຣີ ຄືນໃໝ່ໃນຕອນຄ່ຳວັນທີ 22 ຕຸລາ ຖ້າຫາກວ່າຂໍ້ຕົກລົງກັບອາເມລິກາ ກ່ຽວກັບເລື່ອງຢຸດຕິບັ້ນຮົບຊົ່ວຄາວ ແລະ ອະນຸຍາດໃຫ້ບັນດາກຳລັງຊາວ Kurd ຖອນອອກຈາກເຂດນີ້ບໍ່ໄດ້ປະຕິບັດຢ່າງຄົບຖ້ວນ.

ຕອບກັບ