ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບສະພາຈິດໃຈສາສະໜາ Baha’i ຫວຽດນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈືອງທິຫງອກແອ໋ງ, ໄດ້ໃຫ້ການຕ້ອນຮັບຜູ້ແທນຜູ້ທີ່ມີຍົດສັກຕຳແໜ່ງທາງສາສະໜາ, ຜູ້ຊ່ວຍວຽກສາສະໜາສະພາຈິດໃຈສາສະໜາ Baha’i ຫວຽດນາມ.

ການນຳແນວໂຮມປະເທດຊາດຫວຽດນາມຕ້ອນຮັບສະພາຈິດໃຈສາສະໜາ Baha’i ຫວຽດນາມ - ảnh 1 ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ໄດ້ຍ້ອງຍໍ

ບັນດາການປະກອບສ່ວນຂອງປະຊາຄົມສາສະໜາ Baha’i

(ພາບ: daidoanket.vn)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ໄດ້ຍ້ອງຍໍບັນດາການປະກອບສ່ວນຂອງປະຊາຄົມສາສະໜາ Baha’i ກັບການພັດທະນາຂອງປະເທດຊາດໃນໄລຍະປະຈຸບັນ ໂດຍຜ່ານຄະຕິເຄື່ອນໄຫວປັບປຸງຊີວິດການເປັນຢູ່ໃຫ້ຄົນທຸກຍາກ, ຍົກສູງການສຶກສາເພື່ອຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນ ແລະ ປຸກລະດົມການເຄື່ອນໄຫວວິທະຍາສາດທີ່ມີປະໂຫຍດ ແນໃສ່ສ້າງຄວາມສາມັກຄີບັນດາສາສະນິກກະຊົນນຳກັນ ເພື່ອສ້າງປະເທດຫວຽດນາມ ສັນຕິພາບ, ພັດທະນາ. ທ່ານນາງຮອງປະທານ ເຈືອງທິຫງອກແອ໋ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະພາຈິດໃຈສາສະໜາ Baha’i ຈະສືບຕໍ່ຮ່ວມເດີນທາງພ້ອມກັບຊາດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ, ຕິດພັນກັບອຳນາດການປົກຄອງ, ແນວໂຮມຢູ່ຂັ້ນທ້ອງຖິ່ນ; ດຳລົງຊີວິດແບບ “ຢູ່ໃນສິນ, ກິນໃນທຳ” ແລະ ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປຸກລະດົມ.

        ສາສະໜາ Baha’i ໄດນຳເຂົ້າຫວຽດນາມ ແຕ່ປີ 1945, ປະຈຸບັນ, ມີສາສະນິກກະຊົນເກືອບ 7.000 ຄົນ, ຢູ່ 45 ແຂວງ, ນະຄອນ ແລະ ສາສະໜາ Baha’I ໄດ້ຮັບໃບຢັ້ງຢືນເຄື່ອນໄຫວສາສະໜາເລີ່ມແຕ່ເດືອນ ມີນາ 2007 ເປັນຕົ້ນໄປ.


ຕອບກັບ