ການນຳຫວຽດນາມ ສົ່ງໂທລະເລກອວຍ ພອນວັນຊາດລາວ

Chia sẻ
(vovworld)– ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະ​ຫລອງວັນຊາດ​ລາວຄົບ​ຮອບ 39 ປີ​ (2/12/1975-2/12/2014),​ ວັນ​ທີ 1/12, ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ​ຈ້ອງ....

ການນຳຫວຽດນາມ ສົ່ງໂທລະເລກອວຍ ພອນວັນຊາດລາວ - ảnh 1

ສະເຫຼີມສະຫຼອງວັນຊາວລາວຢູ່ວຽງຈັນ

(ພາບ:vov)

(vovworld)– ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະ​ຫລອງວັນຊາດ​ລາວຄົບ​ຮອບ 39 ປີ​ (2/12/1975-2/12/2014),​ ວັນ​ທີ 1/12, ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ມາຍ​ັງ​ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ ປຊຊ ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈູມ​ມາລີ​ ໄລຍະ​ສອນ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ມາຍ​ັງ​ທ່ານນາ​ຍົກລັດຖະມົນຕີ​ລາວ ທອງ​ສິງ​ ທຳ​ມະ​ວົງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ມາຍ​ັງ​ທ່ານນາງ​ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ​ລາວ. ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ-​ລາວ ຫງວຽນ​ຊວນ​ຟຸກ ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ມາຍ​ັງ​ທ່ານຮອງ​ນາຍົກລັດຖະມົນຕີ, ປະທານ​ອະນຸ​ກຳມະການ​ຮ່ວມ​ມື​ລາວ-ຫວຽດນາມ ສົມ​ສະຫວາດ​ເລັ່ງສະຫວັດ. ສ່ວນ​ທ່ານ​ຮອງນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຟ້າມບິງ​ມິ​ງ ​ແລະ ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບິ່ງ​ກວນ ກໍ່​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ມາຍ​ັງ​ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ ປຊຊ ປະຕິວັດ​ລາວ ທອງ​ລຸນ ​ສີ​ສຸ​ລິດ ​ເຊັ່ນ​ດຽວ​ກັນ./.