ການ​ນຳ​ພັກ, ລັດຫວຽດ​ນາມອວຍ​ພອນ 65 ປີແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

Chia sẻ
(VOVWORLD) -ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານຫງວຽນບ໊າຮຸ່ງເອກອັກຄະລັດຖະທູດຫວຽດນາມປະຈຳລາວໄດ້ນຳໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມປະຈຳລາວແລະຜູ້ຕາງໜ້າບັນດາອົງການຫວຽດນາມປະຈຳລາວໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວເພື່ອອວຍພອນ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2020.)
ການ​ນຳ​ພັກ, ລັດຫວຽດ​ນາມອວຍ​ພອນ 65 ປີແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ - ảnh 1

ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວໃຫ້ການຕ້ອນຮັບທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ

ການຕ້ອນຮັບມີການເຂົ້າຮ່ວມຂອງທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວແລະບັນດາການນຳຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດເປັນກຽດໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ບັນດາຊໍ່ດອກໄມ້ຂອງທ່ານຫງວຽນຝູຈ້ອງ, ເລຂາທິການໃຫຍ່ປະທານປະເທດຫວຽດນາມເຖິງທ່ານບຸນຍັງວໍລະຈິດເລຂາທິການໃຫຍ່ປະທານປະເທດລາວ, ທ່ານຄຳໄຕສີພັນດອນອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ; ທ່ານຈູມມາລີ ໄຊຍະສອນອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.

ທີ່ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກໃຫ້ຮູ້ວ່າພັກ, ລັດແລະປະຊາຊົນລາວໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງແລະຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ, ຊ່ວຍໃຫ້ການພົວພັນນີ້ນັບມື້ນັບສະໜິດຕິດພັນ, ມີປະສິດທິຜົນແລະນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນຂອງທັງສອງປະເທດ.

ສ່ວນທ່ານຫງວຽນບ໊າຮູ່ງໄດ້ຢັ້ງຢືນວ່າຫວຽດນາມມີຄວາມສະເໜີຕົ້ນສະເໝີປາຍ, ຍາມໃດກໍ່ຖືເປັນສຳຄັນແລະຢຶດໝັ້ນຕໍ່ການຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕອບກັບ