ການນຳນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນລົງຢ້ຽມຢາມ ແລະ ອວຍພອນບັນດາຫົວໜ່ວຍ, ທ່ານໝໍທີ່ດີເດັ່ນ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍຫວຽດນາມ(27ກຸມພາປີ 1955 – 27 ກຸມພາປີ 2020) ການນຳນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນລົງຢ້ຽມຢາມ ແລະ ອວຍພອນບັນດາຫົວໜ່ວຍ, ທ່ານໝໍທີ່ດີເດັ່ນ.
ການນຳນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນລົງຢ້ຽມຢາມ ແລະ ອວຍພອນບັນດາຫົວໜ່ວຍ, ທ່ານໝໍທີ່ດີເດັ່ນ - ảnh 1ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ຖ່າຍຮູບພ້ອມກັບ ຄອບຄົວທ່ານສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ, ນັກວິລະຊົນແຮງງານ ຝ້າມຢາຂາຍ

ຕອນບ່າຍວັນທີ 26 ກຸມພາ, ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນ ສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ, ນັກວິລະຊົນແຮງງານ ຝ້າມຢາຂາຍ ແລະ ສາດສະດາຈານ, ປອ ຂະແໜງແພດສາດ, ຄູປະຊາຊົນ ເລດຶກຮິງ. ທ່ານເລຂາຄະນະພັກ ນະຄອນຮ່າໂນ້ຍ ເວືອງດີງເຫ້ວ ຫວັງວ່າ ສາດສະດາຈານທັງສອງ ສືບຕໍ່ເອົາໃຈໃສ່, ຊ່ວຍໜູນສາທາລະນະສຸກຂອງນະຄອນຫຼວງ ເພື່ອຍົກສູງຄວາມສາມາດ, ເຮັດວຽກງານເບິ່ງແຍງ ຮັກສາສຸຂະພາບໃຫ້ເປັນຢ່າງດີ, ປະກອບສ່ວນຮັບປະກັນການຊ່ວຍໜູນສັງຄົມ.

      ແລະ ກໍໃນວັນດຽວກັນ, ທ່ານເລຂາຄະນະພັກ ນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນໂຮງໝໍເສນາຮັກ 175 ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນແພດໝໍຫວຽດນາມເຊັ່ນດຽວກັນ.

ຕອບກັບ