ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ສືບຕໍ່ຫຼຸດຜ່ອນບັນດາເງື່ອນໄຂລົງທຶນດໍາເນີນທຸລະກິດ

Chia sẻ
(VOVWORLD) -ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ສະເໜີຕໍ່ລັດຖະບານ ກ່ຽວກັບເລື່ອງຫຼຸດຜ່ອນເງື່ອນໄຂການລົງທຶນ ແລະ  ດໍາເນີນທຸລະກິດ.

        ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ຫາກໍປະກາດເລື່ອງ ປະຕິບັດສໍາເລັດແຜນດໍາເນີນການສໍາຫຼວດກວດກາ, ຫຼຸດຜ່ອນ, ຫັນເປັນລະອຽດບັນດາເງື່ອນໄຂການລົງທຶນ, ດໍາເນີນທຸລະກິດ ທີ່ຂຶ້ນກັບຂົງເຂດຄຸ້ມຄອງລັດຂອງກະຊວງ ໃນລໄຍະ  2017 – 2018. ຄາດວ່າ ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈະສືບຕໍ່ສະເໜີຕໍ່ລັດຖະບານ ກ່ຽວກັບເລື່ອງຫຼຸດຜ່ອນເງື່ອນໄຂການລົງທຶນ ແລະ  ດໍາເນີນທຸລະກິດ.

        ລະອຽດຄື, ເປົ້າໝາຍຫຼຸດຜ່ອນ, ຫັນເປັນລະອຽດເງື່ອນໄຂລົງທຶນດໍາເນີນທຸລະກິດໄລຍະ 2019 – 2020 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງຄາດວ່າຈະສະເໜີຕໍ່ລັດຖະບານໃນເດືອນພະຈິກຈະມາເຖິງນີ້ ຈະຫຼຸດເງື່ອນໄຂລົງທຶນ, ດໍາເນີນທຸລະກິດ 675 ຂໍ້. ຕົວເລກດັ່ງກ່າວ ໂດຍກະຊວງອຸສາຫະກໍາ ແລະ ການຄ້າ ຫວຽດນາມ ຍົກອອກມາ ພາຍຫຼັງເວລາກວ່າສອງອາທິດ ທີ່ບັນດາຫົວໜ່ວຍດໍາເນີນການສໍາຫຼວດກວດກາຫຼຸດຜ່ອນ, ຫັນເປັນລະອຽດບັນດາເງື່ອນໄຂລົງທຶນ, ດໍາເນີນທຸລະກິດຂຶ້ນກັບຂົງເຂດ ໂດຍກະຊວງຄຸ້ມຄອງ.  ຕົວເລກ 675  ໄດ້ຮັບຖືວ່າ ແມ່ນເງື່ອນໄຂຈໍານວນຫຼາຍ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ບັນດາຫົວໜ່່ວຍຂຶ້ນກັບກະຊວງສະເໜີໃຫ້ຕັດອອກ, ເຊິ່ງສູງກວ່າເງື່ອນໄຂ 63 ຂໍ້ ທີ່ໄດ້ຄາດຄະເນໃນເບື້ອງຕົ້ນ.


ຕອບກັບ