ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງ ປ້ອງກັນປະເທດລາວ ລົງນາມໃນແຜນການຮ່ວມມື 2013

Chia sẻ
ພົນ​ເອກ ຟຸ່ງກວາງ​​ແທງ ​ເນັ້ນ​ໜັກ​ວ່າ, ​ແຜນການ​ຮ່ວມ​ມື​ສືບ​ຕໍ່​ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ  ​ແລະ ພັດທະນາ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງປະຊາຊົນ ​ແລະ ກອງທັບຂອງ 2 ປະ​ເທດ
ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງ ປ້ອງກັນປະເທດລາວ ລົງນາມໃນແຜນການຮ່ວມມື 2013 - ảnh 1
​ພິທີລົງ​ນາມ​​ໃນແຜນການ​ຮ່ວມ​ມື​ປີ 2013
ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ 2 ປະ​ເທດ
(ພາບ: qdnd.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 03/03, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ຟຸ່ງກວາງ​​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ພົນ​ໂທ ດວງ​ໃຈ ​ພິຈິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ​ໄດ້​ລົງ​ນາມ​​ໃນແຜນການ​ຮ່ວມ​ມື​ປີ 2013 ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ເອກ ຟຸ່ງກວາງ​​ແທງ ​ເນັ້ນ​ໜັກ​ວ່າ, ​ແຜນການ​ຮ່ວມ​ມື​ສືບ​ຕໍ່​ປະກອບສ່ວນ​ເພີ່ມ​ພູນ​ຄຸນ​ສ້າງ  ​ແລະ ພັດທະນາ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງປະຊາຊົນ ​ແລະ ກອງທັບຂອງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ. ພົນ​ໂທ ດວງ​ໃຈ ​ພິຈິດ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ໃນ​ປີ 2012 ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ປີ 2013 ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ​ລາວ - ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ດີງາມ.