ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ (ພາບ: daidoanket.vn) |
ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນເຖິງ ບົດບາດ ແລະ ໜ້າທີ່ສໍາຄັນຂອງ ສະມາຄົມນັກດົນຕີຫວຽດນາມ ໃນການສືບທອດປະຫວັດສາດ, ເຮັດໃຫ້ການເຄື່ອນໄຫວດົນຕີເຕັມໄປດ້ວຍສີສັນຊາດຕິດພັນກັບບາດກ້າວເດີນຂອງຍຸກສະໄໝ, ເຂົ້າຮ່ວມວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດແບບຍືນຍົງ ແມ່ນມີຄວາມສໍາຄັນຍິ່ງ. ທ່ານ ຫວໍວັນເຖື໋ອງ ກໍເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະມາຄົມນັກດົນຕີ ຫວຽດນາມ ຄວນສືບຕໍ່ຜັນຂະຫຍາຍມະຕິ, ບົດສະຫຼຸບຂອງສູນກາງພັກກ່ຽວກັບການສ້າງ ແລະ ພັດທະນາວັນນະຄະດີສິລະປະໃນສະໄໝໃໝ່, ສ້າງ ແລະ ພັດທະນາວັດທະນະທໍາ ຫວຽດນາມ ໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ. ການເຄື່ອນໄຫວດົນຕີຕ້ອງຕິດແທດກັບພຶດຕິກໍາຕົວຈິງຢ່າງມີຊີວິດຊີວາຂອງຂະບວນການສ້າງສາປະເທດຊາດໃນຍຸກສະໄໝໃໝ່, ສ່ອງແສງເຖິງການດໍາລົງຊີວິດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ໂດຮົ່ງກວນ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນ ປະທານສະມາຄົມນັກດົນຕີຫວຽດນາມ ສະໄໝທີ 10, ອາຍຸການ 2020 – 2025.