ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 12

Chia sẻ
(VOVWORLD) -ເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ບັນດາຝ່າຍຄວນຍົກສູງຈິດໃຈເຈລະຈາ, ຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາ ແລະ ພ້ອມກັນຊອກຫາບັນດາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ບັນດາຄວາມແຕກຕົນກັນ ແລະ ການແກ່ງແຍ້ງຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 12 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ:baoquocte.vn)

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 12 ດ້ວຍຫົວຂໍ້ວ່າ “ຮັກສາສັນຕິພາບ ແລະ ການຮ່ວມມືໃນສະພາບມີການຜັນແປຫຼາຍຢ່າງ” ໂດຍສະຖາບັນພົວພັນຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກ ແລະ ສະມາຄົນທະນາຍຄວາມຫວຽດນາມ ຮ່ວມກັນຈັດຕັ້ງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາຄັ້ງນີ້ມີການເຂົ້າຮ່ວມໂດຍກົງຂອງຜູ້ແທນ 300 ທ່ານ ແລະ ກວ່າ 400 ທ່ານຮ່ວມທາງອອນລາຍ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ຖືວ່າ, ສະພາບການຢູ່ທະເລຕາເວັນອອກ ຍັງມີສິ່ງທ້າທ້າຍຫຼາຍຢ່າງຍາດທີ່ຈະຄາດຄະເນລວງໜ້າໄດ້, ອັນໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ພາກພື້ນ, ໃນນັ້ນມີບັນດາບັນຫາພົ້ນເດັ່ນຄື ເລື່ອງອະທິບາຍກົດໝາຍສາກົນພຽງລຳພັງຝ່າຍດຽວບໍ່ເໝາະສົມກັບມາດຕະຖານ ແລະ ຜົນປະໂຫຍດລວມຂອງປະຊາຄົມສາກົນ, ການແກ່ງແຍ້ງດ້ານພູມຊາດການເມືອງຢູ່ປະເທດໃຫຍ່ ແລະ ຫັນມາເຄື່ອນໄຫວດ້ານການທະຫານຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ສະພາບການຢູ່ພູມມີຕົວຈິງສືບຕໍ່ມີການຜັນແປຢ່າງສັບສົນ, ກີດຂວາງວິວັດທະນາການທາງການທູດ ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມື. ເພື່ອຜ່ານຜ່າບັນດາສິ່ງທ້າທາຍດັ່ງກ່າວ, ບັນດາຝ່າຍຄວນຍົກສູງຈິດໃຈເຈລະຈາ, ຊຸກຍູ້ການຮ່ວມມື, ພ້ອມກັນພັດທະນາ ແລະ ພ້ອມກັນຊອກຫາບັນດາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ບັນດາຄວາມແຕກຕົນກັນ ແລະ ການແກ່ງແຍ້ງຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ; ເພີ່ມທະວີການຮ່ວມມື, ເຮັດໃຫ້ທະເລຕາເວັນອອກ ກາຍເປັນເຂດທະເລແຫ່ງການເຊື່ອມຕໍ່ ແລະ ຮ່ວມມືແທນທີ່ການແກ່ງແຍ້ງ ແລະ ປະເຊີນໜ້າ. ທ່ານຮອງລັດຖະມົນຕີ ບຸຍແທັງເຊີນ, ກ່າວວ່າ.

        “ຄວນສ້າງ, ຮັກສາສະພາບແວດລ້ອມແຫ່ງຄວາມສະດວກແກ່ການຊຸກຍູ້ການຮ່ວມມື. ເພື່ອເຮັດສິ່ງດັ່ງກ່າວໃຫ້ໄດ້ ແນ່ນອນວ່າທຳອິດພວກເຮົາຕ້ອງປັບປຸງຄວາມໄວເນື້ອເຊື່ອໃຈທາງດ້ານຍຸດທະສາດລະຫວ່າງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນໃນບັນຫາທະເລຕາເວັນອອກ. ມີຫຼາຍມາດຕະການເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ແຕ່ສຳຄັນທີ່ສຸດແມ່ນຄວາມຈະແຈ້ງ, ການເຄົາລົບບັນດາຂໍ້ກົດທີ່ກ່ຽວຂ້ອງຂອງກົດໝາຍສາກົນຢ່າງເຂັ້ມງວດ ແລະ ມີການປະພຶດໂດຍມີຄວາມຮັບຜິດຊອບ”.

ທ່ານ ບຸຍແທັງເຊີນ ກໍ່ເນັ້ນໜັກວ່າ, ບັນດາປະເທດຄວນສືບຕໍ່ຊຸກຍູ້ບົດບາດໃຈກາງຂອງອາຊຽນ ໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ, ສະໜັບສະໜູນວິໄສທັດຂອງອາຊຽນ ກ່ຽວກັບພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ແລະ ເຫັນດີຕໍ່ເລື່ອງອາຊຽນ ມີວິທີສຳພັດຍຸດທະສາດລວມສຳລັບບັນຫາຄວາມໝັ້ນຄົງຢູ່ທະເລພາກພື້ນ; ສ້າງເງື່ອນໄຂສະດວກເພື່ອໃຫ້ອາຊຽນ ແລະ ຈີນ ເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ; ບໍ່ດຳເນີນບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ, ນັບທັງດ້ານການທະຫານ ແລະ ພົນລະເມືອງເພື່ອແນໃສ່ປ່ຽນແປງສະພາບເດີ່ມຢູ່ທະເລຕາເວັນອອກ; ສືບຕໍ່ຍົກສູງ, ເຄົາລົບຄວາມສົມບູນ ແລະ ຄຸນຄ່າທີ່ເປັນເອກະພາບ, ທົ່ວໄປຂອງສົນທິສັນຍາ UNCLOS 1982, ຖືສົນທິສັນຍາດັ່ງກ່າວແມ່ນພື້ນຖານນິຕິກຳໃຫ້ທຸກການເຄື່ອນໄຫວຢູ່ທະເລຕາເວັນອອກ, ພ້ອມທັງຕ້ອງເຄົາລົບສິດຜົນປະໂຫຍດອັນຊອບທຳໂດຍອີງໃສ່ກົດໝາຍສາກົນຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ.

ກອງປະຊຸມສຳມະນາດຳເນີນໃນລະຫວ່າງວັນທີ 16 ບ 17 ພະຈິກ, ດ້ວຍວາລະປະຊຸມໃຫຍ່ 8 ຄັ້ງ ແລະ ວາລະປະຊຸມພິເສດ 1 ຄັ້ງ. ໃນນັ້ນ, ວາລະປະຊຸມພິເສດອະນຸຍາດໃຫ້ລຸ້ນໜຸ່ມແບ່ງປັນທັດສະນະກ່ຽວກັບບັນຫາທະເລຕາເວັນອອກ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 16 ພະຈິກ, ຢູ່ມະຫາວິທະຍາໄລ ດ່າລາດ (ແຂວງ ເລີມດົ່ງ), ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົມທົບກັບມະຫາວິທະຍາໄລ ດ່າລາດ ໄຂງານວາງສະແດງແຜນທີ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”. ງານວາງສະແດງຈະເປີດປະຕູນັບແຕ່ວັນທີ 18 ພະຈິກ ຢູ່ໂຮງຮຽນແຫ່ງດັ່ງກ່າວ.

ຕອບກັບ