ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່​ຽວ​ກັບ​ສະ​ພາບ​ການ​​ທະ​ເລ​ຕາ​ເວັນ​ອອກ ຢູ່​ ປາ​ຣ​ີ

Chia sẻ
(VOVWORLD) -“ທະເລຕາເວັນອອກ ແລະ ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ, ເຮັດແນວໃດເພື່ອຮັບປະກັນ ຄວາມໝັ້ນຄົງລວມໄດ້?” ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍກອງທຶນ Gabriel Peri ຈັດຕັ້ງຂຶ້ນໃນວັນທີ 25 ກຸມພາ, ຢູ່ສະຖາບັນ ພາສາສາດ ແລະ ວັດທະນະທຳຝ່າຍຕາເວັນອອກ ຢູ່ປາຣີ, ປະເທດຝລັ່ງ. 
ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່​ຽວ​ກັບ​ສະ​ພາບ​ການ​​ທະ​ເລ​ຕາ​ເວັນ​ອອກ ຢູ່​ ປາ​ຣ​ີ - ảnh 1ກອງປະຊຸມສຳມະນາກ່ຽວກັບສະພາບການທະເລຕາເວັນອອກ 

ທ່ານ Alain Obadia, ປະທານກອງທຶນ Gabriel Peri ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າໄດ້ຕິດຕາມສະພາບການຢູ່ທະເລຕາເວັນອອກຢ່າງໃກ້ຊິດ, ຍ້ອນວ່າ ນີ້ແມ່ນ ພາກພື້ນທີ່ມີຄວາມສະດຸ້ງໄວທີ່ສຸດຕໍ່ໂລກເວົ້າລວມ. ການຄ້າຂາຍທາງທະເລຂອງໂລກ ເກືອບ 50%ແມ່ນໄປຜ່ານພາກພື້ນນີ້. ດ້ວຍທ່າອ່ຽງຄົ້ນຄ້ວາຂອງຕົນ, ພວກຂ້າພະເຈົ້າຕັດສິນໃຈຊອກຮູ້ກ່ຽວກັບບັນຫານີ້ຢ່າງເລິກເຊິ່ງກ່ວາອີກໃນບັນດາແງ່ມູມທັງໝົດຄື: ນິຕິກຳ, ເສດຖະກິດ, ສິ່ງແວດລ້ອມ ແລະ ປະຫວັດສາດ. ພວກຂ້າພະເຈົ້າຄິດວ່າ ບັນດາຂໍ້ມູນຂ່າວສານເຊິ່ງພວກຂ້າພະເຈົ້າຍົກອອກມາອາດຈະປະກອບສ່ວນເຂົ້າໃນການພັດທະນາບັນດາບັນຫາທີ່ພວມວາງອອກຢ່າງສັນຕິວິທີ.

        ທີ່ກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາ ຢັ້ງຢືນວ່າ ການຂັດແຍ່ງກັນທັງໝົດຢູ່ທະເລຕາເວັນອອກລ້ວນແຕ່ຕ້ອງໄດ້ຮັບການແກ້ໄຂໂດຍອີງໃສ່ກົດໝາຍສາກົນ. ທະເລຕາເວັນອອກແມ່ນເຂດທະເລສາກົນ, ຕ້ອງຮັບປະກັນສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ ເຂດນີ້. ຄຽງຄູ່ກັນນັ້ນ, ທະເລຕາເວັນອອກກໍ່ແມ່ນເຂດມີລະບົບຊີວະນາໆພັນ, ບັນດາປະເທດ ທີ່ມີອະທິປະໄຕຢູ່ ທະເລຕາເວັນອອກ ແລະ ບັນດາປະເທດທັງໝົດທີ່ມີການເຄື່ອນໄຫວໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກຕ້ອງມີບັນດາມາດຕະການເພື່ອແນໃສ່ປົກປັກຮັກສາສິ່ງແວດລ້ອມ ແລະຂຸດຄົ້ນບັນດາແຫຼ່ງສິນທະເລແບບຍືນຍົງຢູ່ເຂດທະເລນີ້.

        ບັນດານັກຄົ້ນຄ້ວາກໍ່ເນັ້ນໜັ້ກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນໃນການຮັບປະກັນຄວາມໝັ້ນຄົງລວມໃນພາກພື້ນ ທະເລຕາເວັນອອກ ແລະ ມະຫາສະມຸດອິນເດຍ - ປາຊີຟິກ, ພ້ອມທັງຢັ້ງຢືນເຖິງເລື່ອງບັນດາປະເທດໃນໂລກ, ໃນນັ້ນມີຝລັ່ງ, ມີໜ້າຢູ່ທະລາຕາເວັນອອກ ຈະປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງລວມ, ກໍ່ຄືຮັບປະກັນສິດເສລີໃນການເດີນເຮືອ  ແລະ ການບິນ ຕາມກົດໝາຍສາກົນ.

        ຮວຽນດຽບ - ນັກຂ່າວ VOV ປະຈຳຝລັ່ງ

ຕອບກັບ