ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 5 ສິງຫາ 2021, ສປປ.ລາວ ໄດ້ໄຂ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນຂອງປະເທດ ຊາດໃນໄລຍະຈະມາເຖິງ.

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ - ảnh 1ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX  

ທ່ານ ໄຊສົນພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນ ຕົ້ນບົດລາຍງານຂອງລັດຖະບານ ກ່ຽວກັບໂຄງການດຳເນີນງານແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ບົດລາຍງານຂອງລັດຖະບານ ກ່ຽວກັບໂຄງການດຳເນີນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິຈາລະນາ ຮັບຮອງເອົາ ການປັບປຸງ ບັນດາຮ່າງກົດໝາຍຈໍານວນ 5 ສະບັບ. ພ້ອມນີ້, ກອງປະຊຸມ ຈະໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ມາດຕະການແກ້ໄຂ ຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ.

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ ໄດ້ດຳເນີນໃນລະຫວ່າງວັນທີ 5 - 10 ສິງຫາ.

ເຈິ່ນຕວນ, ດັ້ງທຸຍ, ນັກຂ່າວ VOV ປະຈຳ ລາວ.

ຕອບກັບ