ກອງປະຊຸມສະໄຫມສາມັນເທື່ອທີ4ສະພາແຫ່ງຊາດຫວຽດນາມຊຸດທີ14ປະສົບຜົນສຳເລັດໃນຫລາຍດ້ານ

Chia sẻ
(VOVWORLD) - ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ອັດລົງໃນຕອນບ່າຍວັນທີ 24 ພະຈິກ. 

ກອງປະຊຸມສະໄຫມສາມັນເທື່ອທີ4ສະພາແຫ່ງຊາດຫວຽດນາມຊຸດທີ14ປະສົບຜົນສຳເລັດໃນຫລາຍດ້ານ - ảnh 1  ອັດ ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14

ພາບ:tapchitaichinh

ຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດຫລາຍທ່ານ ຖືວ່າ ກອງປະຊຸມຄັ້ງນີ້ໄດ້ປະສົບຜົນສຳເລັດໃນຫລາຍດ້ານ, ພິເສດແມ່ນລັກສະນະປະຊາທິປະໄຕທີ່ກອງປະຊຸມນັບມື້ນັບໄດ້ຮັບການເສີມຂະຫຍາຍ, ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມການຕິດຕາມກວດກາ. ທີ່ກອງປະຊຸມເທື່ອນີ້ ສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ຕີລາຄາສູງຕໍ່ເລື່ອງເພີ່ມລາຍການອອກອາກາດສົດວາລະປະຊຸມ ທາງວິທະຍຸໂທລະພາບ ຂຶ້ນເຖິງ 11 ຄັ້ງ.

ສ່ວນຜູ້ມີສິດເລືອກຕັ້ງຕີລາຄາວ່າ: ກອງປະຊຸມເທື່ອນີ້ ມີຫລາຍຈຸດໃຫມ່ ແລະ ຮັບຮອງເອົາລັດຖະນະໂຍບາຍຫລາຍຢ່າງ. ທ່ານ ເລດັງຢວານ, ອະດີດຫົວຫນ້າສະຖາບັນຄຸ້ມຄອງເສດຖະກິດສູນກາງຖືວ່າ:

        “ຂ້າພະເຈົ້າຊົມເຊີຍເລື່ອງສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2018, ໃນນັ້ນ ການເຕີບໂຕເສດຖະກິດ GDP ຢູ່ໃນລະດັບແຕ່ 6,5 – 6,7%. ບັນດາເນື້ອໃນອື່ນກໍ່ມີຄວາມກ້າວຫນ້າຄື: ກົດໝາຍວ່າດ້ວຍການວາງແຜນກຳນົດ, ກົດໝາຍວ່າດ້ວຍການຄຸ້ມຄອງຫນີ້ສາທາລະນະ ໄດ້ກຳນົດຜູ້ຮັບຜິດຊອບ.”

ຕອບກັບ