ກອງປະຊຸມສະພາປະທານສານອາຊຽນຄັ້ງທີ 7

Chia sẻ
(VOVWORLD) -ກອງປະຊຸມຄັ້ງທີ 7 ສະພາປະທານສານອາຊຽນ ໄດ້ດຳເນີນໃນວັນທີ 22 ພະຈິກ, ຢູ່ປະເທດໄທ. ທ່ານ ຫງວຽນຮ່ວາບິ່ງ, ເລຂາສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມສະພາປະທານສານອາຊຽນຄັ້ງທີ 7 - ảnh 1 (ກອງປະຊຸມສະພາປະທານສານອາຊຽນ ຄັ້ງທີ  )

ທີ່ວາລະໄຂກອງປະຊຸມ, ບັນດາປະທານສານ ຕີລາຄາວ່າ ພາຍຫຼັງປະຕູຖານຂໍ້ມູນເອເລັກໂຕນິກຂອງສານບັນດາປະເທດອາຊຽນ ໄດ້ເຄື່ອນໄຫວເປັນເວລາ 1 ປີ ນັ້ນຍິ່ງນັບມື້ນັບໄດ້ຮັບຄວາມສົນໃຈຈາກທົ່ວໂລກ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານກ່ຽວກັບບັນດາລະບົບກົດໝາຍ ແລະ ນິຕິກຳຂອງອາຊຽນ.

        ໂດຍຕາງໜ້າຄະນະຜູ້ແທນຫວຽດນາມ, ທ່ານປະທານສານ ຫງວຽນຮ່ວາບິ່ງ ຢືນຢັນວ່າ, ສານປະຊາຊົນສູງສຸດຫວຽດນາມ, ດ້ວຍຖານະເປັນສະມາຊິກຂອງປະຕູຖານຂໍ້ມູນດັ່ງກ່າວ ຍາມໃດກໍ່ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຜົນສຳເລັດລວມ, ເພື່ອປະຊາຄົມອາຊຽນ ສະໜິດຕິດພັນ, ອີງໃສ່ກົດໝາຍ, ມຸ່ງໄປເຖິງປະຊາຊົນ ແລະ ຖືເອົາປະຊາຊົນເປັນໃຈກາງ.

        ໃນຂອບເຂດກອງປະຊຸມ, ບັນດາປະທານສານກໍ່ໄດ້ພິຈາລະນາ ແລະ ໃຫ້ສັດຕະຍາບັນບາງຂໍ້ລິເລີ່ມໃໝ່; ຊົມເຊີຍເລື່ອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 8 ສະພາປະທານສານອາຊຽນ ໃນປີ 2020.

ຕອບກັບ