ກອງປະຊຸມສູນກາງພັກ ຄັ້ງທີ 11: ສ້າງທ່ວງທ່າສໍາຄັນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

Chia sẻ
(VOVWORLD) -   ບັນດາພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນຫວຽດນາມ ຕັ້ງຄວາມຫວັງວ່າ ໝາກຜົນຂອງກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12  ແມ່ນບາດກ້າວສ້າງທ່ວງທ່າສໍາຄັນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ ເຊິ່ງຈະຈັດຂຶ້ນໃນຕົ້ນປີ 2021.
ກອງປະຊຸມສູນກາງພັກ ຄັ້ງທີ 11:  ສ້າງທ່ວງທ່າສໍາຄັນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1 ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສັງກັດສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ ໄດ້ມີຄວາມສົນໃຈເປັນພິເສດເຖິງເລື່ອງ ສູນກາງພັກປຶກສາຫາລືກ່ຽວກັບການສະຫຼຸບໄລຍະ 10 ປີ ແຫ່ງການປະຕິບັດ ໂຄງການດໍາເນີນງານ ກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. ສ່ວນພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຖືວ່າ: ບັນດາເອກະສານທີ່ຍື່ນສະເໜີຕໍ່ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຕ້ອງສືບຕໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ເບິ່ງແຍງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ໂປ່ງໃສ, ໝັ້ນຄົງ, ເຂັ້ມແຂງ, ຍົກສູງກໍາລັງຄວາມສາມາດນໍາພາ ແລະ ກໍາລັງຕໍ່ສູ້ຂອງພັກ, ຍົກສູງປະສິດທິຜົົນການເຄື່ອນໄຫວຂອງບັນດາອົງການແຫ່ງລັດ ແລະ ທັງລະບົບການເມືອງ; ເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ. ທ່ານ ໂດ໊ຢຸຍເທື່ອງ, ກໍາມະການຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະເໜີວ່າ:

        “ຕ້ອງສືບຕໍ່ຫັນສິດປະຊາທິປະໄຕ, ສິດປະຊາທິປະໄຕຕາງໜ້າ ເປັນລະບອບລະບຽບການ ເພື່ອເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ກໍາລັງແຮງຂອງສິດເປັນເຈົ້າຂອງປະຊາຊົນ. ຮ່າງເອກະສານຄັ້ງນີ້ ຄວນເນັ້ນໜັກເຖິງເລື່ອງຫັນກົນໄກກ່ຽວກັບປະຊາທິປະໄຕໂດຍກົງຂອງປະຊາຊົນ ເປັນລະອຽດ, ໂດຍສະເພາະແມ່ນເຮັດແນວໃດເພື່ອສືບຕໍ່ຜັນຂະຫຍາຍປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງເປັນລະອຽດ”.

ຕອບກັບ