ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 22

Chia sẻ
(VOVWORLD) -     ຕອນບ່າຍວັນທີ 4 ພະຈິກ, ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 22 ກໍຖືກຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ຢູ່ປະເທດໄທ. 
ກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 22 - ảnh 1ການນໍາບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່່ປຸ່ນ ຄັ້ງທີ 22 (ພາບ: TTXVN) 

ດ້ວຍຖານະເປັນປະເທດປະສານງານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສຢ່າງເປັນທາງການ, ຕີລາຄາຮອບດ້ານກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ອາຊຽນ - ຍີ່ປຸນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ສອງຝ່າຍຍູ້ແຮງການຮ່ວມມືໃນການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງຢູ່ແມ່ນໍ້າຂອງ...; ຊົມເຊີຍການຮ່ວມສໍາພັນລະຫວ່າງແຜນການສັງລວມເຊື່ອມຈອດ ອາຊຽນ 2025 ກັບ ລາຍການຄູ່ຮ່ວມມືເປີດກວ້າງພື້ນຖານໂຄງລ່າງຄຸນນະພາບສູງ ແລະ ລໍຄອຍການຮ່ວມມືທີ່ລະອຽດ; ຕີລາຄາສູງການໜູນຊ່ວຍຂອງກອງທຶນເຊື່ອມໂຍງ ອາຊຽນ - ຍີ່ປຸ່ນ (JAIF) ໃນການເພີ່ມທະວີການແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ, ວິສາຫະກິດ ໃນໄລຍະຜ່ານມາ. ເມື່ອເຕື້ອງເຖິງສະພາບການໂລກ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ສະເໜີກ່ຽວກັບທັດສະນະຂອງ ອາຊຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ແຫຼມເກົາຫຼີ...

        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານກັບ ອາຊຽນ. ທ່ານເນັ້ນໜັກວ່າ ສອງຝ່າຍຕ້ອງມານະພະຍາຍາມປະກອບສ່ວນປັບປຸງລະບົບການຄ້າຫຼາຍຝ່າຍແບບເສລີເປີດກວ້າງ, ຍຸຕິທໍາ ແລະ ອີງໃສ່ຂໍ້ກໍານົດກົດໝາຍ ແລະ ຊົມເຊີຍຄວາມກ້າວໜ້າໃນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ພ້ອມທັງສະແດງຄວາມສະໜັບສະໜູນຕໍ່ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 22 ກ່ຽວກັບການເຊື່ອມຕໍ່.

        ຫຼັງຈາກນັ້ນ ທ່ານຫງວຽນຊວັນຟຸກກໍມີການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. 

ຕອບກັບ