ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 15 ອອກແຈ້ງການຮ່ວມ

Chia sẻ
(VOVWORLD) - ວັນທີ 09 ຕຸລາ, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 15 ຂອງ ອາຊຽນ ກ່ຽວກັບສິ່ງແວດລ້ອມ (AMME 15) ແລະ ກອງປະຊຸມ ອາຊຽນ ຄັ້ງທີ 15 ກ່ຽວກັບມົນລະພິດໝອກຄວັນຄວັນໄຟຂ້າມຊາຍແດນ ພ້ອມກັບບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຕັ້ງຢູ່ນະຄອນ ຊຽມຣຽບ, ກຳປູເຈຍ ໄດ້ອັດລົງດ້ວຍການອອກແຈ້ງການຮ່ວມ.
ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 15 ອອກແຈ້ງການຮ່ວມ - ảnh 1 ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ ຄັ້ງທີ 15 ອອກແຈ້ງການຮ່ວມ (ພາບ: TTXVN)

ເນື້ອໃນຕົ້ນຕໍຂອງແຈ້ງການຮ່ວມລວມມີ: ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ບັນດາຜົນງານ ແລະ ຄວາມກ້າວໜ້າທີ່ບັນລຸໄດ້ໃນການຮ່ວມມື ແລະ ປົກປັກຮັກສາສິ່ງແວດລ້ອມໃນບັນດາບັນຫາ, ພິເສດແມ່ນບັນດາບຸລິມະສິດ ແລະ ຂໍ້ລິເລີ່ມທີ່ໄດ້ປະຕິບັດໃນການຮັບປະກັນສິ່ງແວດລ້ອມໃຫ້ຍືນຍົງ, ຊຸກຍູ້ການຮ່ວມມືດ້ານສິ່ງແວດລ້ອມໃນພາກພື້ນໃຫ້ຫລາຍກ່ວາອີກ.

        ກອງປະຊຸມກໍ່ຮັບຮູ້ບັນດາບັນຫາຫຼັກແຫຼ່ງ ແລະ ຫາກໍ່ພົ້ນເດັ່ນຂຶ້ນຄືການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດຂີ້ເຫຍື້ອທາງທະເລ ຍັງຄົງແມ່ນສິ່ງທ້າທາຍອັນໃຫຍ່ຫລວງ ຮຽກຮ້ອງໃຫ້ມີການຮ່ວມມືກະທຳຮ່ວມໃນພາກພື້ນ.

ຕອບກັບ