ກອງ​ປະ​ຊຸມ​ທາງ​ອອນ​ລາຍ ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ

Chia sẻ
(VOVWORLD) - ໂດຍຕອບສະໜອງ ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ (ຄືວັນທີ 30 ກໍລະກົດ), ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບ ກະຊວງຕຳຫຼວດ ຫວຽດນາມ ຈັດກອງປະຊຸມທາງອອນລາຍ ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ວ່າ “ຮັບຟັງຜູ້ປະສົບເຄາະຮ້າຍ - ຊີ້ນຳການກະທຳ”.
ກອງ​ປະ​ຊຸມ​ທາງ​ອອນ​ລາຍ ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ - ảnh 1ກອງປະຊຸມທາງອອນລາຍ ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ວ່າ “ຮັບຟັງຜູ້ປະສົບເຄາະຮ້າຍ - ຊີ້ນຳການກະທຳ” (ພາບ:  phunuvietnam.vn)

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫງວຽນຢຸຍງອກ ໃຫ້ຮູ້ວ່າ, ອາດຊະຍາກຳການຄ້າມະນຸດໄດ້ ແລະ ພວມມີການຜັນແປຢ່າງສັບສົນ, ພິເສດແມ່ນໃນສະພາບການເກີດໂລກລະບາດໂຄວິດ - 19. ເພາະສະນັ້ນ, ບັນດາກະຊວງ, ຂະແໜງການ ຕ້ອງໃກ້ຊິດຕິດແທດບັນດາໜ້າທີ່, ວິທີການແກ້ໄຂຈຸດສຸມ ຢູ່ໂຄງການປ້ອງກັນ, ຕ້ານການຄ້າ ມະນຸດ ໄລຍະ 2021 – 2025, ກຳນົດທິດ ຮອດປີ 2030 ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ຮັບຮອງເອົາ ແລະ ສານຂອງວັນທົ່ວໂລກປ້ອງກັນ, ຕ້ານການຄ້າມະນຸດ “ຮັກຟັງຜູ້ປະສົບເຄາະຮ້າຍ - ຊີ້ນຳການກະທຳ”. ໃນນັ້ນ ຍົກສູງບົດບາດ, ຄວາມຮັບຜິດຊອບ ຂອງອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ຄວາມຮັບຜິດຊອບຂອງຜູ້ນຳໜ້າອົງການ, ໜ່ວຍງານ. ທ່ານກ່າວວ່າ:

ບັນດາອົງການປົກປ້ອງກົດໝາຍ ຢູ່ສູນກາງນຳໃຊ້ບັນດາມາດຕະການຢ່າງຄົບຊຸດ ແລະ ເປັນເຈົ້າການໃນການຄົ້ນພົບ, ຕໍ່ສູ້, ແກ້ໄຂອາດຊະຍາກຳການຄ້າມະນຸດຢ່າງທັນການ ແລະ ເຂັ້ມງວດ, ສົມທົບກັບສາກົນຢ່າງແໜ້ນແຟ້ນ, ອົງການຕຸລາການບັນດາປະເທດ ເພື່ອຮ່ວມມືກ່ຽວກັບການສະກັດກັ້ນ, ລົບລ້າງບັນດາຂະບວນການຄ້າມະນຸດ, ກູ້ຊ່ວຍບັນດາຜູ້ປະສົບເຄາະຮ້າຍຢ່າງທັນການ. ຕ້ອງກຳນົດຢ່າງຈະແຈ້ງຄວາມສຳຄັນຂອງການຖືຜູ້ປະສົບເຄາະຮ້າຍເປັນໃຈກາງ, ການຮັບຟັງ ແລະ ເຂົ້າໃຈຜູ້ປະສົບເຄາະຮ້າຍ, ຈາກນັ້ນ ຍົກອອກມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ປ້ອງກັນ, ສະກັດກັ້ນອາດຊະຍາກຳການຄ້າມະນຸດ.

ຕອບກັບ