ກອງປະຊຸມຄົບຄະນະຄັ້ງທີ 7 ກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ: ປ່ຽນໃໝ່ກົນໄກ, ວິທີການຄຸ້ມຄອງລັດຖະກອນ

Chia sẻ
(VOVWORLD) -ຕາມລາຍການ, ທີ່ກອງປະຊຸມຄັ້ງນີ້, ກຳມາທິການກົດໝາຍກວດກາໃບຍື່ນສະເໜີຂອງລັດຖະບານກ່ຽວກັບເລື່ອງ ສ້າງຕັ້ງເທດສະບານ ບິ່ງຟູ, ເມືອງ ກາຍເລີຍ, ແຂວງ ຕຽນຢາງ
ກອງປະຊຸມຄົບຄະນະຄັ້ງທີ 7 ກຳມາທິການກົດໝາຍຂອງສະພາແຫ່ງຊາດຫວຽດນາມ: ປ່ຽນໃໝ່ກົນໄກ, ວິທີການຄຸ້ມຄອງລັດຖະກອນ - ảnh 1ທີ່ກອງປະຊຸມ
(ພາບ: VGP)

ວັນທີ 08 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ກຳມາທິການກົດໝາຍຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 7. ທີ່ກອງປະຊຸມ, ກຳມາທິການໄດ້ຈັດວາລະອະພິປາຍ: “ການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບມາດຖານ, ເງື່ອນໄຂແຕ່ງຕັ້ງລັດຖະກອນຄຸ້ມຄອງ ແລະ ເລື່ອງຄຸ້ມຄອງລັດຖະກອນຕາມລະຫັດ, ມາດຖານຕຳແໜ່ງອາຊີບ”.

        ຕາມລາຍການ, ທີ່ກອງປະຊຸມຄັ້ງນີ້, ກຳມາທິການກົດໝາຍກວດກາໃບຍື່ນສະເໜີຂອງລັດຖະບານກ່ຽວກັບເລື່ອງ ສ້າງຕັ້ງເທດສະບານ ບິ່ງຟູ, ເມືອງ ກາຍເລີຍ, ແຂວງ ຕຽນຢາງ; ສ້າງຕັ້ງເທດສະບານຕາແສງ ເຈີນແທັງ ແລະ ສ້າງຕັ້ງບັນດາຕາແສງຂຶ້ນກັບເທດສະບານຕາແສງ ເຈີນແທັງ, ແຂວງ ບິ່ງເຟືອກ ແລະ ກວດກາໃບຍື່ນສະເໜີຂອງລັດຖະບານ ສະເໜີເພີ່ມເຕີມຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດທີ່ລົງທຶນເຂົ້າໃນການຜະລິດ, ດຳເນີນທຸລະກິດວິສາຫະກິດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2023.

ຕອບກັບ