ກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ລາວ

Chia sẻ
(VOVWORLD) -ກອງປະຊຸມ ລັດຖະມົນຕີການຕ່າງປະເທດພິເສດ ລະຫວ່າງອາຊຽນ ແລະ ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 19 ຫາ 21 ກຸມພາ
ກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ-ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ລາວ - ảnh 1ລັດຖະມົນຕີການຕ່າງປະເທດຈີນ ແລະ ບັນດາລັດຖະມົນຕີການຕ່າງປະເທດອາຊຽນ 

ຕາມແຈ້ງການລົງວັນທີ 17 ກຸມພາຂອງກະຊວງການຕ່າງປະເທດຈີນ, ກອງປະຊຸມ ລັດຖະມົນຕີການຕ່າງປະເທດພິເສດ ລະຫວ່າງອາຊຽນ ແລະ ຈີນກ່ຽວກັບໂລກລະບາດ Covid-19 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 19 ຫາ 21 ກຸມພາ. ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ແລະ ທ່ານ ເຕໂດໂຣ ລອກຊິນ ລັດຖະມົນຕີການຕ່າງປະເທດຟີລິບປິນ ຊຶ່ງແມ່ນປະເທດປະສານງານການພົວພັນອາຊຽນ-ຈີນ ຈະເປັນປະທານຮ່ວມກອງປະຊຸມຄັ້ງນີ້.

    ທີ່ກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຈະແນະນຳກ່ຽວກັບບັນດາມາດຕະການຂອງຈີນ ແນໃສ່ສະກັດກັ້ນໂລກລະບາດ, ພ້ອມທັງແລກປ່ຽນກັບບັນດາຄູ່ຕຳແໜ່ງຂອງບັນດາປະເທດອາຊຽນ ກ່ຽວກັບການຮ່ວມຮັບມືກັບ ໂລກລະບາດ Covid-19 .

ຕອບກັບ