ກອງ​ທັບ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍ​າກ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ

Chia sẻ
(VOVWORLD) -ມື້ນີ້ ວັນທີ 5 ສິງຫາ ແມ່ນວັນຄົບຮອບ 57 ປີ ແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຕີໄຊຊະນະບັ້ນບຸກໂຈມຕີທຳອິດ (5/8/1964 – 5/8/2021). ວິລະກຳຕີໄຊຊະນະບັ້ນທຳອິດຂອງກອງທັບເຮືອປະຊາຊົນ ຫວຽດນາມ ແມ່ນເຫດການພົ້ນເດັ່ນແກ່ເຈດຈຳນົງຕັດສິນໃຈຕໍ່ສູ້, ຍາດເອົາໄຊຊະນະ, ຄຸນນະທາດ ແລະ ພູມປັນຍາຂອງຫວຽດນາມ, ໃນການຕີໄຊຊະນະ ຈັກກະພັດ ອາເມລິກາ ມາຮຸກຮານ ຂອງກອງທັບເຮືອປະຊາຊົນ ຫວຽດນາມ ແລະ ຂອງກອງທັບ ແລະ ປະຊາຊົນພາກເໜືອ.
ກອງ​ທັບ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍ​າກ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ - ảnh 1ກອງທັບປະຊາຊົນ ຫວຽດນາມ ຕີໄຊຊະນະບັ້ນບຸກໂຈມຕີທຳອິດ (ພາບເອກະສານ)

ທ່ານ ພັນຕີ ຟານແທງເຈື່ອງ, ກັບຕັນເຮືອ 012, ກອງພັນນ້ອຍ 162, ເຂດ 4 ກອງທັບເຮືອ, ໃຫ້ຮູ້ວ່າ:

        “ປັດຈຸບັນ, ບັນດາພະນັກງານ, ນັກຮົບກຳປັ່ນ 012 ຍັງສືບຕໍ່ໝູນໃຊ້ບັນດາບົດຮຽນ, ປະສົບການຈາກໄຊຊະນະຄັ້ງນັ້ນເຂົ້າໃນວຽກງານຊ້ອມຮົບຕົວຈິງ, ກຽມພ້ອມສູ້ຮົບ, ເປັນເຈົ້າຂອງການປະກອບອາວຸດປະເພດໃໝ່. ພະນັກງານ, ນັກຮົບກຳປັ່ນ 012 ໄດ້ສຸມຈິດສຸມໃສ່ຕໍ່ໜ້າທີ່ທີ່ໄດ້ຮັບການມອບໝາຍ, ຍອມເສຍສະຫຼະເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ”.

ທ່ານພົນຕີ ຫງວຽນວັນບົ໊ງ, ຜູ້ຮັບຜິດຊອບວຽກງານການເມືອງເຫຼົ່າທັບເຮືອ ຢັ້ງຢືນວ່າ:

“ໃນຕະຫຼອດໄລຍະແຫ່ງການຝຶກຝົນຫຼໍ່ຫຼອມ, ຕໍ່ສູ້ ແລະ ເຕີບໃຫຍ່, ພະນັກງານ, ນັກຮົບກອງທັບເຮືອລຸ້ນຕ່າງໆ ບໍ່ວ່າຈະຢູ່ໃນສະຖານະການໃດ, ເງື່ອນໄຂໃດ ກໍ່ລ້ວນແຕ່ກຳນົດວ່າ ຕ້ອງຈົງຮັກພັກດີຕໍ່ພັກ, ລັດ ແລະ ປະຊາຊົນ. ພິເສດ, ພ້ອມແລ້ວທີ່ຈະຮັບໜ້າທີ່ ແລະ ສູ້ຮົບ, ປະຕິບັດສຳເລັດໜ້າທີ່ຂອງກຳລັງຫຼັກແຫຼ່ງໃນການປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ໄຫຼ່ທະວີບອັນສັກກະລະບູນຊາຂອງຊາດ ເຊິ່ງພັກ, ກອງທັບ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີທີ່ສຸດ.”

ຕອບກັບ