ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

Chia sẻ
(VOVWORLD) - ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17  (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ. 
ກອງ​ທັບ​ອາ​ກາດ ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື - ảnh 1 ທ່ານພົນຈັດຕະວາ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ (ພາບ: TTXVN)
 ທ່ານພົນຈັດຕະວາ ຫວູວັນຄາ, ຮັກສາການຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ ເປັນປະທານ ກອງປະຊຸມ. ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ກອງປະຊຸມຕາມຈຸດຕ່າງໆ ມີຜູ້ບັນຊາການກອງທັບອາກາດ ບັນດາປະເທດ ອາຊຽນ.

        ທີ່ກອງປະຊຸມ, ຜູ້ແທນບັນດາປະເທດໄດ້ປຶກສາຫາລືທັດສະນະ ກ່ຽວກັບສະພາບການສາກົນ, ພາກພື້ນ, ກາລະໂອກາດ ແລະ ສິິ່ງທ້າທາຍ ເຊິ່ງກຳລັງກອງທັບອາກາດບັນດາປະເທດ ອາຊຽນ ຕ້ອງປະເຊີນໜ້າ; ສະເໜີເນື້ອໃນ, ມາດຕະການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກຳລັງກອງທັບອາກາດ ອາຊຽນ ໃນໄລຍະຈະມາເຖິງ; ພິຈາລະນາ, ຕີລາຄາຄຸນນະພາບຂອງບັນດາການຊ້ອມຮົບຫຼາຍຝ່າຍໜູນຊ່ວຍມະນຸດສະທຳ ແລະ ຊ່ວຍເຫຼືອໄພພິບັດ ເພື່ອສ້າງສຳເລັດ ລະບຽບການຊ່ວຍເຫຼືອມະນຸດສະທຳ ແລະ ຊ່ວຍເຫຼືອໄພພິບັດ ຂອງກຳລັງກອງທັບອາກາດ ບັນດາປະເທດ ອາຊຽນ.

 

ຕອບກັບ