ທ່ານ ພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ (ພາບ: TTXVN) |
ນະທີ່ນີ້, ທ່ານ ພົນຕີ ເຈິ່ນກວາງເຟືອງ ໄດ້ສະເໜີໃຫ້ບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມປ້ອງກັນພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານເສນາທິການ, ສະເໜີກັບການນຳກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນ ສອງປະເທດເພື່ອປ້ອງກັນ, ຄົ້ນພົບ, ຕໍ່ສູ້, ສະກັດກັ້ນຕໍ່ບັນດາກົນອຸບາຍ,ເລ່ລ່ຽມ, ການເຄື່ອນໄຫວມ້າງເພທຳລາຍພາຍໃນຂອງບັນດາອິດທິກໍາລັງເປັນ ປໍລະປັກຢ່າງມີປະສິດທິຜົນ. ທ່ານພົນຕີ ເຈິ່ນກວາງເຟືອງ ໄດ້ຢັ້ງຢືນວ່າ ການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການເພີ່ມທະວີການຮ່ວມມື, ປະຕິບັດສຳເລັດໜ້າທີ່ວຽກງານຂອງແຕ່ລະຝ່າຍໃຫ້ເປັນຢ່າງດີ, ຜ່ານນ້ັນປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກ່ວາອີກ.