ກຸ່ມບໍລິສັດ Vingroup ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນ mRNA ກັນໂຄວິດ-19 ຢູ່ຫວຽດນາມ

Chia sẻ
(VOVWORLD) -ກຸ່ມບໍລິສັດ Vingroup ໄດ້ລົງນາມກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ Arcturus Therapeutics, ອາເມລິກາ ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.
ກຸ່ມບໍລິສັດ Vingroup ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນ mRNA ກັນໂຄວິດ-19 ຢູ່ຫວຽດນາມ - ảnh 1 Arcturus ຈະສະໜອງໃບອະນຸຍາດຜູກຂາດ ແລະ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ VinBioCare ຈະດຳເນີນການຜະລິດວັກຊິນກັນໂຄວິດ-19
(ພາບ: Vingroup)

ໂດຍໄດ້ຮັບການໜູນຊ່ວຍຈາກກະຊວງສາທາລະນະສຸກ ແລະ ລັດຖະບານຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ລົງນາມກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ Arcturus Therapeutics, ອາເມລິກາ ຮັບຖ່າຍທອດຜູກຂາດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19. ດ້ວຍກຳລັງຄວາມສາມາດຜະລິດຂຶ້ນເຖິງ 200 ລ້ານໂດສ/ປີ, ຄາດວ່າ ໃນຕົ້ນປີ 2022 Vingroup ຈະຜະລິດງວດວັກຊິນທຳອິດສຳເລັດ. ຕາມຂໍ້ຕົກລົງ Arcturus ຈະສະໜອງໃບອະນຸຍາດຜູກຂາດ ແລະ ບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຊີວະສາດ VinBioCare (ບໍລິສັດສະມາຊິກຂອງ Vingroup) ຈະດຳເນີນການຜະລິດວັກຊິນກັນໂຄວິດ-19 ມີຊື່ວ່າ VBC-COV19-154. ວັກຊິນດັ່ງກ່າວສາມາດຕ້ານຄືນບັນດາໄວຣັດສາຍພັນໃໝ່ທີ່ອັນຕະລາຍຄື: Delta (ອິນເດຍ), Alpha (ອັງກິດ), Beta (ອາຟະລິກາໃຕ້), Gamma (ບຣາຊິນ)… ພ້ອມກັນນັ້ນ Arcturus ຈະດຳເນີນການຖ່າຍທອດໃຫ້ VinBioCare ຂັ້ນຕອນການຜະລິດນັບແຕ່ເດືອນ ສິງຫາ 2021.

        ແລະ ກໍ່ໃນວັນດຽວກັນ, ກຸ່ມບໍລິສັດ Vingroup ກໍ່ໃຫ້ຮູ້ວ່າ, ໄດ້ເຈລະຈາໃບສັ່ງຊື້ຢາປິ່ນປົວໂຄວິດ-19 ຈຳນວນ 500.000 ແກ້ວ ສຳເລັດ ໂດຍອົງການຄຸ້ມຄອງທັນຍາຫານ ແລະ ການຢາ ອາເມລິກາ ອະນຸຍາດ. ຈຳນວນຢາດັ່ງກ່າວຈະໄດ້ມອບໃຫ້ກະຊວງສາທາລະນະສຸກໃນເດືອນ ສິງຫາປີ 2021, ເພື່ອແນໃສ່ຍູ້ໄວການຟື້ນຟູໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19.

ຕອບກັບ