ກົມ​ການ​ເມືອງ​ເຮັດ​ວຽກ​ກັບ​ຄະ​ນ​ະ​ປະ​ຈຳ​ ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່ ​ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ຄັ້ງ​ທີ VII

Chia sẻ
(VOVWORLD) -ຕອນເຊົ້າວັນທີ 21 ກັນຍາ, ຢູ່ສຳນັກງານຫ້ອງການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງໄດ້ມີການເຮັດວຽກກັບ ຄະນະປະຈຳຄະນະພັກ ຕຳຫຼວດສູນກາງ ເພື່ອປະກອບຄຳເຫັນເຂົ້າໃນບັນດາຮ່າງເອກະສານ ແລະ ວຽກການກະກຽມບຸກຄະລາກອນຄະນະພັກເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກຕຳຫຼວດສູນກາງ ຄັ້ງທີ VII, ອາຍຸການ 2020 – 2025.
ກົມ​ການ​ເມືອງ​ເຮັດ​ວຽກ​ກັບ​ຄະ​ນ​ະ​ປະ​ຈຳ​ ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່ ​ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ​ຄັ້ງ​ທີ VII - ảnh 1ກົມການເມືອງໄດ້ມີການເຮັດວຽກກັບ ຄະນະປະຈຳຄະນະພັກ ຕຳຫຼວດສູນກາງ (ພາບ: TTXVN)

ສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາຮ່າງເອກະສານ ແລະ ທິດທາງບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກຕຳຫຼວດສູນກາງ, ທ່ານກໍ່ເນັ້ນໜັກວ່າ ກຳລັງຕຳຫຼວດປະຊາຊົນ ຕ້ອງເຫັນໄດ້ແຈ້ງ ທີ່ຕັ້ງ, ບົດບາດຂອງຕົນ, ພ້ອມກັບກອງທັບ, ຕຳຫຼວດ ແມ່ນກຳລັງປົກປ້ອງຄວາມສະຫງົບປອດໄພດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍສັງຄົມຢ່າງໝັ້ນແກ່ນເຂັ້ມແຂງ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ທ່ານກ່າວວ່າ:

ອົງການຕຳຫຼວດຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີ, ຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ ແລະ ເດັດຂາດບໍ່ໃຫ້ບໍ່ມີແນວຄິດພໍໃຈກັບຕົວເອງເຮັດໃຫ້ເກີດການປະໝາດ, ເສຍສະຕິລະວັງຕົວ. ນີ້ແມ່ນບັນຫາເປັນຕາຍຂອງລະບອບ, ດັ່ງນັ້ນຕ້ອງມີການຫັນປ່ຽນຢ່າງແຮງກ່ວາອີກ, ຕ້ອງຮັກສາໄດ້ຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງເດັດຂາດ.

ຕອບກັບ