ກົມການເມືອງຕົກລົງມອບຫລຽນໄຊດາວເຫລືອງໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

Chia sẻ
(VOVWORLD) - ພາຍຫລັງ ກົມການເມືອງ ມີຂໍ້ຕົກລົງມອບຫລຽນໄຊດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ໂຕເລີມ ໄດ້ເຊັນຂໍ້ຕົກລົງມອບຫລຽນໄຊດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ວັນທີ 18 ກໍລະກົດ, ກົມການເມືອງໄດ້ມີຂໍ້ຕົກລົງມອບຫລຽນໄຊ ດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຫລຽນໄຊດາວເຫລືອງ ແມ່ນ ຫລຽນໄຊອັນສູງສົ່ງທີ່ສຸດ ຂອງຫວຽດນາມ ເພື່ອມອບໃຫ້ບັນດາສ່ວນບຸກຄົນ ທີ່ມີຄຸນງາມຄວາມດີອັນໃຫຍ່ຫລວງ, ມີຜົນງານດີເລີດເປັນພິເສດໃນພາລະກິດປະຕິວັດຂອງ ພັກ, ຂອງຊາດ. ພາຍຫລັງ ກົມການເມືອງ ມີຂໍ້ຕົກລົງມອບຫລຽນໄຊດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ໂຕເລີມ ໄດ້ເຊັນຂໍ້ຕົກລົງມອບຫລຽນໄຊດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍ້ອນທ່ານໄດ້ມີຜົນງານຍິ່ງໃຫຍ່ຫລາຍຢ່າງ, ດີເລີດເປັນພິເສດ ໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງຊາດ.

ຕອນບ່າຍວັນດຽວກັນ, ຢູ່ ໂຮງໝໍສູນກາງກອງທັບ 108, ພັກ, ລັດ ໄດ້ຈັດພິທີປະດັບຫລຽນໄຊດາວເຫລືອງໃຫ້ແກ່ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຂື໋ນຢ່າງສົມກຽດ. ເຂົ້າຮ່ວມພິທີ ມີບັນດາທ່ານ ກຳມະການກົມການເມືອງ, ກຳມະການ ຄະນະເລຂາ ແລະ ພະນັກງານຊ່ວຍວຽກຈຳນວນຫນຶ່ງພ້ອມກັບຍາດຕິພີ່ນ້ອງ ຄອບຄົວ ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ຕາງຫນ້າໃຫ້ການນຳ ພັກ, ລັດ, ທ່ານປະທານປະເທດ ໂຕເລີມ ໄດ້ປະກາດຂໍ້ຕົກລົງ ແລະ ປະດັບຫລຽນໄຊ ດາວເຫລືອງ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. 

ຕອບກັບ