ກຸ່ມ QUAD ເນັ້ນໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ, ຮຽກ​ຮ​້ອງ​ໃຫ້​ສ້າງ​ສັນ​ຕິ​ພາບ​ແກ່​ພາກ​ພື້ນ

Chia sẻ
(VOVWORLD) -ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  ຮຽກຮ້ອງໃຫ້ສ້າງສັນຕິພາບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. 

ວັນທີ 24 ກັນຍາ, ການນຳບັນດາປະເທດ ກຸ່ມ QUAD ເຊິ່ງລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ ໄດ້ໄຂກອງປະຊຸມສຸດຍອດຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ດ້ວຍຄຳໝັ້ນສັນຍາສາມັກຄີ ແລະ ຮ່ວມມື, ຊຸດຍຸ້ການສະໜອງວັກຊິນກັນພະຍາດໂຄວິດ - 19, ພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃນຂະນະທີ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  ຮຽກຮ້ອງໃຫ້ສ້າງສັນຕິພາບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ກຸ່ມ QUAD ຄາດວ່າ ຈະປະກາດຂໍ້ຕົກລົງບາງສະບັບແນໃສ່ ຈີນ ໂດຍກົງ, ລວມມີ ຂໍ້ຕົກລົງ ເພີ່ມທະວີຄວາມໝັ້ນຄົງຂອງລະບົບສະໜອງທາດເຄິ່ງຊັກນຳໄຟຟ້າ ແລະ ຕ້ານການຈັບຫາປາຢ່າງຜິດກົດໝາຍ ແລະ ຍົກສູງສະຕິຄວາມຮັບຮູ້ກ່ຽວກັບຂົງເຂດການບິນ. ສະຫະພັນດັ່ງກ່າວ ກໍຈະຜັນຂະຫຍາຍອິນເຕີເນັດ 5G ແລະ ບັນດາແຜນການຕິດຕາມກວດກາການປ່ຽນແປງຂອງດິນຟ້າອາກາດ.


 

ຕອບກັບ